ສະຫວັນ ຢູໄນເຕັດຂຶ້ນເປັນທີມນຳການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ຍັງເຫລືອການແຂ່ງຂັນ 1 ນັດ

07/08/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 9 ຮອບຂາກັບ ໃນອາທິດຜ່ານມາ ວັນເສົາ 05 ສິງຫາ 2023 ລີລາວະດີ ສອງຄອນ ຊິຕີ້ ເສຍໃຫ້ ໂພໄຊນ້ອຍ 1-2, ອານັນ ອາໄຫຼ່ ເສຍໃຫ້ ດາຣກວູຟ ຢູໄນເຕັດ 1-2 ແລະ ວັນອາທິດ 06 ສິງຫາ 2023 ສະຫວັນ ຢູໄນເຕັດ ຊະນະ ໄຮຢີນ້າ 6-1.

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ສະຖານະການໃນປັດຈຸບັນ ສະຫວັນ ຢູໄນເຕັດ ແຊງ ອານັນ ອາໄຫລ່ ຂຶ້ນມາຢູ່ອັນດັບ 1ຄື ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20ຄະແນນ,ຖ້າຫາກນັດສຸດທ້າຍສາມາເອົາຊະນະໄດ້ກໍເປັນແຊ້ມທັນທີ.ອັນດັບ 2 ອານັນ ອາໄຫລ່ ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 19ຄະແນນ, ອັນດັບ 3 ດາຣກວູຟ ລົງສະໜາມ 9 ນັດ ຊະນະ 4ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 13 ຄະແນນ,ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 9 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 4 ນັດ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ລົງສະໜາມ 9 ນັດ ຊະນະ 2 ນັດ ສະເໝີ3 ນັດ ເສຍ 4 ນັດ ມີ 9 ຄະແນນ, ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 9 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 7 ນັດ ມີ 4 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນໃນອາທິດນີ້ ວັນເສົາ 12 ສິງຫາ 2023 ເວລ 15:00 ລີລາວະດີ ສອງຄອນ ພົບ ດາຣກວູຟ ຢູໄນເຕັດ ແລະ ວັນອາທິດ 13 ສິງຫາ 2023 ເວລາ 13:30 ອານັນ ອາໄຫລ່ ພົບ ໄຮຢີນ້າ ແລະ ເວລາ 16:00 ສະຫວັນ ຢູໄນເຕັດ ພົບ ໂພໄຊນ້ອຍ. ຫລັງຈາກຈົບການແຂ່ງຂັນຄູ່ສຸດທ້າຍແມ່ນຈະມີພິທີມອບຂັນລາງວັນຕ່າງໆ ໂດຍທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ( Free) ແລະ ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສ ສະຫວັນນະເຂດລີກ 2 - Savannakhet League 2.