ສະຫວັນຢູໄນເຕັດຄວ້າແຊ້ມລາວລີກ 2 ແຂວງສະຫວັນນະເຂດປະຈຳປີ 2023

13/08/2023

ການແຂ່ງຂັນເຕະບານ ລາວລີກ 2 ແຂວງສະຫວັນນະເຂດ ປະຈຳປີ 2023 ເພື່ອຊີງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈໍາປີ 2023ນັດສຸດທ້າຍ ວັນທີ 12-13 ສິງຫາ2023 ສະໂມສອນບານເຕະ ດາຣກວູຟ ເອົາຊະນະ ລີລາວະດີ ສອງຄອນ 7-3, ໄຮຢີນ້າ ເສຍໃຫ້ ອານັນ ອາໄຫຼ່ 2-6 ແລະ ໂພໄຊນ້ອຍ ເສຍໃຫ້ ສະຫວັນ ຢູໄນເຕັດ 0-2.

ສະຫລຸບຕາຕະລາງຄະແນນ ແຂ່ງຄົບ 10 ນັດ ອັນດັບ 1ກໍຄືທິມຊະນະເລີດເປັນຂອງສະໂມສອນສະຫວັນ ຢູໂນເຕັດ ມີ 23 ຄະແນນ ຄວ້າແຊ້ມຮັບຂັນປະທານ ສຕຂ ພ້ອມເງິນລາງວັນ 12,000,000 ກີບ, ອັນດັບ 2 ອານັນ ອາໄຫຼ່ ມີ 22 ຄະແນນ ຮອງແຊ້ມ ຮັບເງິນລາງວັນ 10,000,000 ກີບ, ອັນດັບ 3 ດາຣກວູຟ ມີ 16 ຄະແນນ, ອັນດັບ 4 ໂພໄຊນ້ອຍ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ໄຮຢີນ້າ ມີ 4 ຄະແນນ.

ຂະນະທີ່ລາງວັນອື່ນໆມີຄື: ດວງໄຊ ໄຊສົມແພງ ຈາກ ດາຣກວູຟ ຄວ້າລາງວັນນັກເຕະດີເດັ່ນ ພ້ອມທັງ ດາວຍິງສູງສຸດ ຍິງ 13 ປະຕູ ຮັບເງິນລາງວັນ ລາງວັນລະ 1,000,000 ກີບ, ວາດສະໜາ ແກ້ວສະຫວັນ ຜູ້ຮັກສາປະຕູຈາກ ສະຫວັນ ຢູໄນເຕັດ ຮັບເງິນລາງວັນຜູ້ຮັກສາປະຕູດີເດັ່ນ1,000,000 ກີບ ແລະ ລາງວັນຄູຝຶກດີເດັ່ນ ຄູຝຶກຈາກ ສະຫວັນ ຢູໄນເຕັດ ຮັບເງິນລາງວັນ 1,000,000 ກີບ.

ໃຫ້ກຽດມອບລາງວັນໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໂດຍມີ ທ່ານ ຈັນທະວົງ ສີລິມະໂນທໍາ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດແຟນບານເຂົ້າຮ່ວມ.

ການແຂ່ງຂັນເຕະບານ ລາວລີກ 2 ແຂວງສະຫວັນນະເຂດ ປະຈຳປີ 2023 ເພື່ອຊີງຂັນປະທານສະຫະພັນບານເຕະແຂວງ ສະຫວັນນະເຂດປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນມາແຕ່ວັນທີ 3 ມີຖຸນາ ຈົນຮອດວັນທີ 13 ສິງຫາ 2023ຈິ່ງປິດສາກລົງດວ້ຍຜົນສຳເລັດ.