ກາດຳ ກອນເຍີ ຊັດແຮັດທິກ ພາ ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 3-0! ເປັນທີມນຳ LFF U-15 Championship 2023

14/08/2023
ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023 ປະກອບມີ: ຈຳ​ປາ​ສັກ ແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ນໍ້າທາ, ຫຼວງພະບາງ ແລະ ວຽງຈັນ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.
ຜົນກາ​ນ​ແຂ່ງ​ຂັນ​​ນັດ​ທີ 3 ວັນ​ທີ 14 ສິງ​ຫາ 2023: ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 3-0, ນັດນີ້ ກາດຳ ກອນເຍີ ຍິງແຮັດທິກ ນາທີ 14' 24' 45'; ຈຳ​ປາ​ສັກ ແຊ້ມເກົ່າ ຊະນະ ວຽງຈັນ 5-0; ມາສເຕີ 7 ຊະນະ ກອງທັບ 4-2 ແລະ ເອສະຣາ ພົບກັບ ນໍ້າທາ 0-1.
ຜ່ານໄປ 3 ນັດ ຊ້າງນ້ອຍ ເປັນທີມນຳ ມີ 9 ຄະແນນ, ຮອງລົງມາ ຈຳປາສັກ ແລະ ນໍ້າທາ ມີ 7 ຄະແນນເທົ່າກັນ, ຂະນະທີ່ ມາສເຕີ 7 ມີ 6 ຄະແນນ, ຫຼວງພະບາງ ແລະ ເອສຣາ ມີ 3 ຄະແນນເທົ່າກັນ, ສ່ວນ ວຽງຈັນ ແລະ ກອງທັບ ຍັງບໍ່ມີຄະແນນ.
ຕາຕະລາງແຂ່ງຂັນນັດທີ 4 ວັນທີ 17 ສິງຫາ 2023:
- ເວລາ 15:30 ໂມງ ຈຳປາສັກ ພົບກັບ ມາສເຕີ 7 ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 15:30 ໂມງ ຊ້າງນ້ອຍ ພົບກັບ ກອງທັບ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
- ເວລາ 18:30 ໂມງ ເອສະຣາ ພົບກັບ ວຽງຈັນ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 18:30 ໂມງ ຫຼວງພະບາງ ພົບກັບ ນ້ໍາທາ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2