ຊ້າງນ້ອຍ ຊະນະລວດ 4 ນັດ! ຫຼ້າສຸດເອົາຊະນະ ກອງທັບ 2-1! LFF U-15 Championship 2023

17/08/2023

ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳ​ປາ​ສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.

ຜົນກາ​ນ​ແຂ່ງ​ຂັນ​​ນັດ​ທີ 4 ວັນ​ທີ 17 ສິງ​ຫາ 2023: ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 2-1; ເອສຣາ ເອົາຊະນະ ວຽງຈັນ 6-1; ຈຳ​ປາ​ສັກ ສະເໝີກັບ ມາສເຕີ 7 2-2 ແລະ ຫຼວງພະບາງ ພົບກັບ ນໍ້າທາ 0-0.

ຜ່ານໄປ 4 ນັດ ຊ້າງນ້ອຍ ເປັນທີມນຳ ມີ 12 ຄະແນນເຕັມ, ຮອງລົງມາ ຈຳປາສັກ ແລະ ນໍ້າທາ ມີ 8 ຄະແນນເທົ່າກັນ, ມາສເຕີ 7 ມີ 7 ຄະແນນ, ເອສຣາ ມີ 6 ຄະແນນ, ຫຼວງພະບາງ ມີ 4 ຄະແນນ, ສ່ວນ ກອງທັບ ແລະ ວຽງຈັນ ຍັງບໍ່ມີຄະແນນ.

ຕາຕະລາງແຂ່ງຂັນນັດທີ 5 ວັນທີ 20 ສິງຫາ 2023:

- ເວລາ 15:30 ໂມງ ຈຳປາສັກ ພົບກັບ ເອສຣາ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1

- ເວລາ 15:30 ໂມງ ວຽງຈັນ ພົບກັບ ຫຼວງພະບາງ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2

- ເວລາ 18:30 ໂມງ ຊ້າງນ້ອຍ ພົບກັບ ມາສເຕີ 7 ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1

- ເວລາ 18:30 ໂມງ ກອງທັບ ພົບກັບ ນ້ໍາທາ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2