ນໍ້າທາ U15 ເປັນທີມດຽວ ຍັງບໍ່ທັນເສຍປະຕູ ໃນການແຂ່ງຂັນ LFF U15 Championship 2023 ເປັນທີມດຽວ ຍັງບໍ່ທັນເສຍປະຕູ ໃນການແຂ່ງຂັນ LFF U15 Championship 2023

23/08/2023
ທີມພະລັງໜຸ່ມຈາກແດນເໜືອ U15 ນໍ້າທາ ຢູໄນເຕັດ ກາຍເປັນທີມດຽວທີ່ຍັງບໍ່ເສຍປະຕູ ຫຼັງຈາກຜ່ານໄປ 5 ນັດ ໂດຍນັດຫຼ້າສຸດ ເອົາຊະນະ ກອງທັບ 3-0, ສຸດາວີ ແສງດາລາ ນາທີ 8', ຈີໂນ້ ປັນຖາວອນ ນາທີ 30' ແລະ ຄຳສຸກ ສັນຍາຮັກ ນາທີ 69'.
ຂະນະທີ່ ຜົນຄູ່ອື່ນ ຊ້າງນ້ອຍ ຊະນະ ມາສເຕີ 7 5-1; ຈຳປາສັກ ຊະນະ ເອສຣາ 2-0 ແລະ ຫຼວງພະບາງ ຊະນະ ວຽງຈັນ 3-1.
ສະຫຼຸບຕາຕະລາງຄະແນນ ຜ່ານໄປ 5 ນັດ: ຊ້າງນ້ອຍ ຊະນະລວດ 5 ນັດ ຍິງໄດ້ 19 ປະຕູ ເສຍ 3 ປະຕູ ມີ 15 ຄະແນນເຕັມ ເປັນທີມນຳ, ຮອງລົງມາ ຈຳປາສັກ ຊະນະ 3 ສະເໝີ 2 ຍິງໄດ້ 15 ປະຕູ ເສຍ 2 ປະຕູ ມີ 11 ຄະແນນເທົ່າກັບ ນໍ້າທາ ທີ່ຊະນະ 3 ສະເໝີ 2 ຍິງໄດ້ 5 ປະຕູ ຍັງບໍ່ເສຍປະຕູ, ມາສເຕີ 7 ຊະນະ 2 ສະເໝີ 1 ເສຍ 2 ຍິງໄດ້ 11 ປະຕູ ເສຍ 11 ປະຕູ ມີ 7 ຄະແນນເທົ່າກັບ ຫຼວງພະບາງ ແຂ່ງ 5 ນັດ ຊະນະ 2 ສະເໝີ 1 ເສຍ 2, ເອສຣາ ແຂ່ງ 5 ນັດ ຊະນະ 2 ເສຍ 3 ຍິງໄດ້ 8 ປະຕູ ເສຍ 9 ປະຕູ ມີ 6 ຄະແນນ, ສ່ວນ ກອງທັບ ແລະ ວຽງຈັນ ເສຍທັງ 5 ຍັງບໍ່ມີຄະແນນ.
ຕາຕະລາງແຂ່ງຂັນນັດທີ 6 ວັນທີ 23 ສິງຫາ 2023:
- ເວລາ 15:30 ໂມງ ມາສເຕີ 7 ພົບກັບ ນໍ້າທາ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 15:30 ໂມງ ເອສຣາ ພົບກັບ ຫຼວງພະບາງ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
- ເວລາ 18:30 ໂມງ ວຽງຈັນ ພົບກັບ ກອງທັບ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 18:30 ໂມງ ຊ້າງນ້ອຍ ພົບກັບ ກອງທັບ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳ​ປາ​ສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.