ເອສະຣາ U18 ຖະຫຼົ່ມ ວຽງຈັນU18 16-0! LFF U-18 Men's Championship 2023

23/08/2023
ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 18 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023 ນັດທີ 5 ຄູ່ທີ່ໜ້າສົນໃຈ U18 ເອສຣາ ເອົາຊະນະ U18 ວຽງຈັນ 16-0, ທະນູສັກ ນັນທະວົງດວງສີ ຍິງ 6 ປະຕູ ນາທີ 4', 7', 11', 21', 45', 90'+2; ປີເຕີ ພັນທະວົງ ຍິງ 6 ປະຕູ ນາທີ 32', 39', 47', 85', 86', 88'; ໄຊຊະນະ ສີຫາລາດ ຍິງ 2 ປະຕູ ນາທີ 5', 34'; ສົມສັກ ຈັນທະວົງ ສະກັດເຂົ້າປະຕູຕົວເອງ ນາທີ 68' ແລະ ພັນທະວີ ເມກທອງສີ ນາທີ 72'.
ສ່ວນຜົນຄູ່ອື່ນ: ຈຳປາສັກ ຮອງແຊ້ມເກົ່າ ຊະນະ ມາສເຕີ 7 3-2; ຊ້າງນ້ອຍ ຊະນະ ຫຼວງພະບາງ ແຊ້ມເກົ່າ 2-1 ແລະ ນໍ້າທາ ຊະນະ ກອງທັບ 4-1.
ຜ່ານໄປ 5 ນັດ: ເອສຣາ ແລະ ຈຳປາສັກ ມີ 12 ຄະແນນເທົ່າກັນ, ຊ້າງນ້ອຍ ມີ 10 ຄະແນນ, ກອງທັບ ມີ 9 ຄະແນນ, ນໍ້າທາ ມີ 8 ຄະແນນ, ມາສເຕີ 7 ມີ 4 ຄະແນນ, ຫຼວງພະບາງ ມີ 3 ຄະແນນ ແລະ ວຽງຈັນ ຍັງບໍ່ມີຄະແນນ.
ຕາຕະລາງແຂ່ງຂັນນັດທີ 5 ວັນທີ 21 ສິງຫາ 2023:
- ເວລາ 15:30 ໂມງ ນໍ້າທາ ພົບກັບ ວຽງຈັນ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 15:30 ໂມງ ຊ້າງນ້ອຍ ພົບກັບ ຈຳປາສັກ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
- ເວລາ 18:30 ໂມງ ກອງທັບ ພົບກັບ ມາສເຕີ 7 ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 18:30 ໂມງ ເອສຣາ ພົບກັບ ຫຼວງພະບາງ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 18 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023 ແຂ່ງຂັນລະຫວ່າງວັນທີ 9 ສິງຫາ ຫາ 3 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຫຼວງພະບາງ ແຊ້ມເກົ່າ, ຈຳປະສັກ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.