ບໍລິສັດຄູນຊັບພັດທະນາການຄ້າເປັນແຊ້ມລາວລີກ 2 ແຂວງເຊກອງຢ່າງແນ່ນອນ

23/08/2023

ການແຂ່ງຂັນບານເຕະລາວລີກ 2 ແຂວງເຊກອງມາຮອດວັນທີ 23 ສິງຫາ 2023ແມ່ນນັດສຸດທ້າຍແລະເປັນການພົບກັນລະຫວ່າງສະໂມສອນກິລາບານເຕະເມືອງດາກຈຶງພົບກັບສະໂມສອນກິລາບານເຕະແມັດທິວສະປອດ,ທັງສອງທິມແມ່ນລຸ້ນຍາດເອົາອັນດັບທີ2.ໝາຍວ່າສະໂມສອນກິລາບານເຕະບໍລິສັດຄູນຊັບພັດທະນາການຄ້າໄດ້ກາຍເປັນແຊ້ມລາວລີກ 2 ແຂວງເຊກອງຢ່າງແນ່ນອນ,ໂດຍບໍ່ມີຜົນຕໍ່ການແຂ່ງຂັນໃນມື້ນີ້.
ການແຂ່ງຂັນບານເຕະລາວລີກ 2 ແຂວງເຊກອງແມ່ນໄດ້ເລີ່ມມາແຕ່ວັນທີ 14 ມິຖຸນາ 2023 ເປັນຕົ້ນມາ ໂດຍມີ 6 ທີມເຂົ້າຮວ່ມປະກອບມີສະໂມສອນກິລາບານເຕະຊຸມຊົນ, ສະໂມສອນກິລາບານເຕະ ເມືອງດາກຈຶງ, ສະໂມສອນກິລາບານເຕະແມັດທິວ ສະປອດ, ສະໂມສອນກິລາບານເຕະ ບໍລິສັດຄູນຊັບພັດທະນາການຄ້າ, ສະໂມສອນກິລາບານເຕະເມືອງທ່າແຕງ ແລະ ສະໂມສອນກິລາບານເຕະ ບ້ານຕິວ.
ສຳລັບ,ຕາຕະລາງຄະແນນການແຂ່ງຂັນອັນດັບ 1 ບໍລິສັດຄູນຊັບພັດທະນາການຄ້າ ລົງສະຫນາມ 9 ນັດ ຊະນະ 7 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 22 ຄະແນນ, ອັນດັບ 2 ເມືອງດາກຈຶງ ລົງສະຫນາມ 8 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 14 ຄະແນນ, ອັນດັບ 3 ຊຸມຊົນ ຢູໄນເຕັດ ລົງສະຫນາມ 8 ນັດ ຊະນະ 4 ນັດ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 4 ເມືອງທ່າແຕງ ລົງສະຫນາມ 7 ນັດ ຊະນະ 4 ນັດ ເສຍ 3 ນັດ ມີ 12 ຄະແນນ, ອັນດັບ 5 ແມັດທິວສະປອດ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 10 ຄະແນນ ແລະ ອັນດັບສຸດທ້າຍ ບ້ານຕິ້ວ ລົງສະຫນາມ 9 ນັດ ເສຍ 9 ນັດ ບໍ່ມີຈັກຄະແນນ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ພາບ ແລະ ຂໍ້ມູນຈາກ: ສະຫະພັນບານເຕະແຂວງເຊກອງ.