ເອສະຣາຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນU18 ຊີງຂັນ ສຕລ ປະຈຳປີ 2023,ພ້ອມຮັບລາງວັນຄູຝຶກດີເດັ່ນ,ນັກກີລາດີເດັ່ນແລະນັກເຕະຍິງປະຕູສູງສຸດ

03/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ18ປີ ຫຼື U18(LFF U-18 CHAMPIONSHIP 2023) ເມື່ອວັນທີ3ກັນຍາ2023 ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ9ສິງຫາ 2023 ເຊິ່ງໄດ້ກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນ ປະກອບມີ:ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ ແລະ ວຽງຈັນ , ໂດຍໄດ້ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ. ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນແຂ່ງຂັນທັງຫມົດ 90 ນາທີ ໂດຍແບ່ງອອກເປັນ 2 ຕັ້ງ , ຕັ້ງລະ 45 ນາທີ.

  ຜົນການແຂ່ງຂັນ ສະໂມສອນ ເອສະຣາ ໄດ້ເປັນແຊັມໄດ້ຮັບຂັນພ້ອມເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບທີ 2ເປັນຂອງສະໂມສອນ ຈຳປາສັກ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ຫຼຽນລາງວັນ, ສ່ວນອັນດັບ 3 ຕົກເປັນຂອງ ຊ້າງນ້ອຍ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລາງວັນ. ຂະນະທີ່ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ຈັນດາລາພອນ ລຽບວິໄຊ ສະໂມສອນ ເອສະຣາ.

ສວ່ນລາງວັນນັກກີລາດີເດັ່ນແລະລາງວັນນັກເຕະຍິງປະຕູສູງສຸດທັງສອງລາງວັນເປັນຂອງ ປີເຕີ້ ພັນທະວົງ ສະໂມສອນ ເອສະຣາ,ລົງສະຫນາມ 9 ນັດ ຍິງໄດ້ 16 ປະຕູ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ ເປັນຂອງ ສຸລິສັກ ຫມັ້ນປະເສິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ລົງສະຫນາມ 9 ນັດ ເສຍ 6 ປະຕູ