ທະນາຄານ ມາຣູຮານ ເຈແປນ ລາວ ສະໜັບສະໜູນວັນກິລາບານເຕະ ສຕລ

05/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດງານຖະແຫຼງຂ່າວເພື່ອແນະນໍາຜູ້ໃຫ້ການສະໜັບສະໜູນງານວັນກິລາບານເຕະສຕລ 2023 ຂຶ້ນເມື່ອຕອນບ່າຍຂອງວັນທີ 5 ກັນຍາ 2023,ເຊິ່ງໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ,ທ່ານ ບຸນມີ ແສງພະຈັນ ອໍານວຍການ ທະນາຄານ ມາຣູຮານ ເຈແປນລາວຈໍາກັດ.

ໃນພິທີ ທ່ານ ນາງ ກັນຍາ ແກ້ວມະນີໄດ້ກ່າວເຖິງຈຸດປະສົງຂອງການຈັດວັນກິລາບານເຕະ ສຕລ ເຊິ່ງໃນປີນີ້ແມ່ນຈະໄດ້ຈັດຂື້ນໃນວັນທີ 7 ຕຸລາ 2023 ເພື່ອເປັນການສະເຫລີມສະຫລອງ ແລະ ສົ່ງເສີມການຫລິ້ນກິລາຜ່ານກິລາບານເຕະໃຫ້ແກ່ບັນດາລູກຫລານອະນຸຊົນລາວໃນຂອບເຂດທົ່ວປະເທດແລະ ເປັນການເຕົ້າໂຮມເອົາບັນດາທ່ານທີ່ມີນໍ້າໃຈມັກຮັກໃນກິລາບານເຕະມາຮ່ວມກັນເພື່ອສ້າງກິດຈະກຳດີໆໃນການພັດທະນາກິລາບານເຕະທົ່ວປະເທດ,ເຊິ່ງກິດຈະ ກຳຄັ້ງນີ້ ແມ່ນເປັນການຮ່ວມກັນຈັດຂື້ນລະຫວ່າງ ສຕລ ແລະ ສະພັນບານເຕະແຂວງທັງຫມົດທັງ 18ແຂວງ.ພ້ອມນັ້ນ,ເປົ້າຫມາຍຫລັກຂອງການຈັດງານແມ່ນເພື່ອສ້າງຄວາມສາມັກຄີ,ຄວາມມ່ວນຊື່ນແລະ ຮຽນຮູ້ກັບການແຂ່ງຂັນໃຫ້ແກ່ນັກກິລາເອງຕະຫລອດຮອດຄອບຄົວແລະແຟນບານ.

ໃນງານວັນກິລາບານເຕະ ສຕລ ຈະເປັນບ່ອນທີ່ເປີດໂອກາດໃຫ້ລູກຫລານອະນຸຊົນພວກເຮົາທີ່ມີຄວາມຮັກມັກໃນກິລາບານເຕະໄດ້ເລິ່ມຮຽນຮູ້ທັກສະໃນການຫລິ້ນກິລາປະເພດນີ້ ພ້ອມທັງເປີດໂອກາດໃຫ້ເຂົາເຈົ້າໄດ້ສະແດງອອກເຖິງພອນສະຫວັນແລະຄວາມສາມາດໃນການຫລິ້ນກິລາບານເຕະ ຄຽງຄູ່ກັບໃຫ້ເດັກໄດ້ຮຽນຮູ້ເຖິງຜົນປະໂຫຍດປິ່ນອ້ອມໃນການຫລິ້ນກິລາບານເຕະເຊັ່ນມີສຸຂະພາບທີ່ແຂງແຮງ,ການເຮັດວຽກຮ່ວມກັນເປັນທີມ ແລະ ການມີນຳ້ໃຈນັກກິລາ,ເຊິ່ງລ້ວນແລ້ວແຕ່ຈະສົ່ງຜົນດີໃຫ້ແກ່ຜູ້ເຂົ້າຮວ່ມກໍຄືບັນດາທ້ອງຖິ່ນຊຸມຊົນໃນຂອບເຂດທົ່ວປະເທດ.

ທ່ານ ບຸນມີ ແສງພະຈັນ ອໍານວຍການທະນາຄານ ມາຣູຮານ ເຈແປນລາວ ກໍ່ໄດ້ຂຶ້ນປະກອບຄໍາເຫັນ,ໂດຍກ່າວສະແດງຄວາມຍິນດີແລະພ້ອມໃຫ້ການສະໜັບສະໜູນໃນການຈັດງານໃນຄັ້ງນີ້ແລະໃນຄັ້ງຕໍ່ໆໄປ.ສຳລັບເຄື່ອງທີ່ທະ ນາຄານ ມາຣູຮານ ເຈແປນລາວຈໍາກັດ ນໍາມາສະໜັບສະໜູນລວມມີເສື້ອຈໍານວນ 2,500 ຕົວ ລວມເປັນມູນຄ່າ 83ລ້ານກວ່າກີບ.

ເຂົ້າຮວ່ມໃນງານຖະແຫຼງຂ່າວຍັງມີທ່ານ ມາໂກໂຕະ ໂຍຊິໂກຊິ ຮອງອໍານວຍການ ທະນາຄານ ມາຣູຮານ ເຈແປນລາວຈໍາກັດ, ທ່ານ ຊຸນດຣໍາ ມູດຕີ ຫົວໜ້າເຕັກນິກວິທະຍາຂອງ ສຕລ ແລະ ບັນດາ ສື່ມວນຊົນກໍ່ໄດ້ເຂົ້າມາຮ່ວມ.