ເລຂາທິການ FIFA ຢ້ຽມຢາມສະຫະພັນບານເຕະແຫ່ງຊາດລາວ

29/11/2023

ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ(FIFA) ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມສໍານັກງານສະຫະພັນບານເຕະແຫ່ງຊາດລາວ ໃນຕອນເຊົ້າ ວັນທີ29 ພະຈິກ 2023,ໂດຍໃຫ້ກຽດຕ້ອນຮັບຈາກທ່ານ ວີເພັດ ສິຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍທ່ານ ນ. ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.

ການມາຢ້ຽມຢາມຂອງທ່ານ ນ. ຟັດມາ ຊາມູຣາພ້ອມຄະນະຄັ້ງນີ້ແມ່ນຕອບສະໜອງຕາມການເຊີນຂອງຄະນະນຳສະຫະພັນບານເຕະແຫ່ງຊາດລາວ,ເພື່ອຈຸດປະສົງເຂົ້າຮ່ວມພິທີເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໂດຍຈະເປີດຢ່າງເປັນທາງການໃນຕອນເຊົ້າ ວັນທີ 30 ພະຈິກ 2023 ຢູ່ທີ່ສູນຝຶກຈໍາປີ - ຈໍາປາຂອງສະຫນາມກິລາແຫ່ງຊາດລາວ.

  ໂຄງການດັ່ງກ່າວເປັນໂຄງການຮວ່ມມືໄລຍະຍາວລະຫວ່າງ ສະຫະພັນບານເຕະນາໆຊາດ ຫຼື FIFA ກັບສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະຂອງກະຊວງສຶກສາທິການແລະກິລາ ເພື່ອເປົ້າໝາຍພັດທະນາບານເຕະລະດັບເຍົາວະຊົນລາວໃຫ້ກ້າວສູ່ລະດັບພາກພື້ນແລະສາກົນ.