ສຕລ ຈັດກອງປະຊຸມພັດທະນາບານເຕະທົ່ວປະເທດ ປະຈຳປີ 2023

09/12/2023

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 09 ທັນວາ 2023 ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມຈາກສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.

  ກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄືນບັນດາຜົນງານການເຄື່ອນໄຫວໃນວຽກງານການພັດທະນາກິລາບານເຕະທົ່ວປະເທດໃນໄລຍະຫນຶ່ງປີທີ່ຜ່ານມາ. ໂດຍໃນປີ 2024 ສຕລ ຈະສືບຕໍ່ໃຫ້ງົບປະມານຈັດການແຂ່ງຂັນ ຈໍານວນ 120 ລ້ານກີບ ໃຫ້ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໄປຈັດການແຂ່ງຂັນ 5 ລາຍການ ດັ່ງຕໍ່ໄປນີ້:

• ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ)

• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

 ສະຫະພັນບານເຕະແຫ່ງຊາດລາວ ຮຽກຮ້ອງໃຫ້ບັນດາສະຫະພັນບານຄົ້ນຄວ້າ, ປຶກສາຫາລື ເພື່ອໃຫ້ການແຂ່ງຂັນດັ່ງກ່າວ ສາມາດຈັດຂຶ້ນໄດ້ໃນປີ 2024 ທີ່ຈະມາຮອດນີ້.

   ໃນງານດັ່ງກ່າວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ລາຍງານເຖິງຈຸດປະສົງຂອງກອງປະຊຸມ ແມ່ນສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນການຂອງ ສຕລ ທີ່ນຳກົດໄວ້ໃຫ້ປະກົດຜົນເປັນຈິງ ໃນນັ້ນແມ່ນການປະສານສົມທົບກັບສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງ.

   ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ໄດ້ລາຍງານກ່ຽວກັບການຈັດແຂ່ງຂັນຂອງ ສຕລ ຮ່ວມກັບ ສຕຂ/ນວ ປະຈຳປີ 2023 ເຊິ່ງປະກອບມີການແຂ່ງຂັນລາວລີກ 2 ມີທັງຫມົດ 9 ແຂວງທີ່ສາມາດຈັດແຂ່ງຂັນໄດ້ ໂດຍມີທັງຫມົດ 62 ທີມ ມີນັກກິລາທັງຫມົດ 1740, ນັດແຂ່ງຂັນທັງຫມົດ 500 ນັດ, ສະຫນາມແຂ່ງຂັນ 9 ສະຫນາມ ແລະ ຄະນະຄູຝຶກທັງຫມົດ 121 ຄົນ, ມັດທະຍົມຕອນຕົ້ນ ຕອນຕົ້ນ - ຕອນປາຍ ຍິງ - ຊາຍ ມີທັງຫມົດ 246 ທີມຈາກທັງຫມົດ 8 ແຂວງ.

  ໃນກອງປະຊຸມ ບັນດາຜູ້ຕາງໜ້າ ສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ໄດ້ປະກອບຄວາມຄິດເຫັນໃນການປະຕິບັດວຽກງານໃນໄລຍະປີ 2023 ຜ່ານມາ ແລະ ຜ່ານແຜນຈັດຕັ້ງປະຕິບັດໃນປີ 2024, ເຊິ່ງໃນກອງປະຊຸມ ແມ່ນໄດ້ຕົກລົງເຫັນດີເລືອກ ແຂວງບໍລິຄຳໄຊ ຈັດກິດຈະກຳ AFC WOMEN’S FOOTBALL DAY 2024 ໃນເດືອນມີນາ ແລະ ແຂວງຜົ້ງສາລີ ຈັດກິດຈະກຳ AFC GRASSROOTS FOOTBALL DAY 2024 ໃນເດືອນພຶດສະພາ.