ສໍາເລັດກອງປະຊຸມໃຫຍ່ ສະໄໝສາມັນ ສຕລ ປະຈຳປີ 2023

10/12/2023

ກອງປະຊຸມໃຫຍ່ ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ປະຈໍາປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ທັນວາ 2023 ທີ່ ໂຮງແຮມ ເມືອງແທ໋ງ, ນະຄອນຫຼວງວຽງຈັນແລະໄດ້ອັດລົງດວ້ຍຜົນສຳເລັດໃນວັນດຽວກັນ,ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2023, ບັນດາສື່ມວນຊົນ ພ້ອມດ້ວຍ ບັນດາວິຊາການ ສຕລ.

ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໃນນາມປະທານກອງປະຊຸມໄດ້ຍົກໃຫ້ເຫັນຜົນງານການເຄືອນໄຫວຂອງສຕລໃນໄລຍະ 12 ເດືອນທີ່ຜ່ານມາ,ໂດຍໄດ້ມີຜົນງານໃນການພັດທະນາກິລາບານເຕະລາວໃນທຸກລະດັບ,ໄດ້ຈັດການແຂ່ງຂັນບານເຕະລາວລີກ1,ລາວລີກ2,ໄປຄຽງຄູ່ກັບວຽກງານເຕັກນິກວິທະຍາ ແລະ ພັດທະນາ,ສົ່ງເສີມ,ຕິດຕາມທີມຊາດລາວຊາຍແລະຍິງທີ່ໄປແຂ່ງຂັນຢູ່ຕ່າງປະເທດ,ພັດທະນາຄູຝຶກ,ກໍາມະການຕັດສິນ,ວຽກງານນິຕິກໍາ,ວຽກງານສື່ມວນຊົນ,ວຽກງານການຕະຫຼາດ, ການພັດທະນາໂຄງລ່າງພື້ນຖານ ແລະ ວຽກງານອື່ນໆ, ນອກນັ້ນ,ຍັງໄດ້ຂະຫຍາຍສູນຝຶກກິລາບານເຕະຈໍາປີ-ຈໍາປີ ໃຫ້ເປັນອີກໜຶ່ງວຽກງານບູລິມະສິດຂອງ ສຕລ ເຊິ່ງໃນປັດຈຸບັນ ກໍ່ໄດ້ເປີດແລ້ວ 5 ສູນ,ສະເພາະຢູ່ຕ່າງແຂວງມີ 3 ສູນທີ່ຫຼວງພະບາງ,ຈໍາປາສັກ ແລະ ຫຼວງນໍ້າທາ.ພິເສດພາຍໃນປີ 2023,ບັນດາບຸກຄະລາກອນຂອງ ສຕລ ກໍ່ໄດ້ມີຜົນງານອັນພົ້ນເດັ່ນກໍ່ຄືທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ຮັບການເລືອກຕັ້ງໃຫ້ເປັນຄະນະບໍລິຫານງານ AFC ແລະ FIFA,ປະທານສຕລໄດ້ຮັບເລືອກໃຫ້ເປັນຄະນະບໍລິຫານງານ AFF ທັງເປັນຫົວໜ້າອະນຸກໍາມະການພັດທະນາ AFF, ຄະນະໃນອະນຸກໍາມະການພັດທະນາ ຂອງ AFC,ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ຮັບເລືອກໃຫ້ເປັນຄະນະໃນອະນຸກໍາມະການບານເຕະເພື່ອສັງຄົມ (CSR) ຂອງ AFC,ທ່ານ ຈັນທະວົງ ສີລິມະໂນທໍາ ຮອງເລຂາທິການ ສຕລ ໄດ້ຮັບເລືອກໃຫ້ເປັນຄະນະໃນອະນຸກໍາມະການສະຫະພັນບານເຕະ ຂອງ AFC. ນອກນັ້ນ,ໃນວຽກງານກໍາມະການຕັດສິນ ທ່ານ ນາງ ພຸດສະຫວັນ ຈັນທະວົງ ສາມາດຜ່ານການຄັດເລືອກກໍາມະການຕັດສິນ ລະດັບ Elite ຂອງ AFC.ໃນວຽກງານເຕັກນິກວິທະຍາແລະທ່ານ ວົງມີໄຊ ສຸບົວຄໍາ ກໍ່ໄດ້ຮັບການຮັບຮອງຈາກ AFC ໃນການເປັນຜູ້ຝຶກສອນ ການຝຶກອົບຮົມຄູຝຶກ ລະດັບ C.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວຍັງໄດ້ຂຶ້ນສະເໜີ ແຜນງົບປະມານສຳລັບປີ 2024 ພ້ອມດຽວນັ້ນໃນປີ 2024ຈະໄດ້ມີການເລືອກຕັ້ງຄະນະບໍລິຫານງານ ສຕລ ສົກປີ 2024 – 2028 ເຊິ່ງຈະມີການເລືອກຕັ້ງໃນເດືອນ ກຸມພາ 2024.ສຳລັບແຜນການແຂ່ງຂັນປະຈຳປີ 2024ຈະມີ7 ລາຍການປະກອບມີ:

• ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປີ 2024/25

• ການແຂ່ງຂັນບານເຕະ ເຍົາວະຊົນຮຸ່ນອາຍຸບໍ່ເກີນ 16

• ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 19 ປີ

• ບານເຕະຊິງຂັນ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ປະຈຳປີ 2024/25

• ການແຂ່ງຂັນບານເຕະ ລາວລີກຍິງ 2024

• ຈັດການແຂ່ງຂັນບານເຕະ ລາວຟຸດຊໍ ລີກ 2024

• ການແຂ່ງຂັນບານເຕະ ລາວລີກ2 ປະຈໍາປີ 2024 ແລະ ການແຂ່ງຂັນມັດທະຍົມຕົ້ນ-ປາຍ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມ,ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງປະທານພ້ອມຄະນະນຳແລະພະນັກງານສຕລທີ່ຍາດໄດ້ຜົນງານຕະຫຼອດ1ປີຜ່ານມາແລະດຳເນີນກອງປະຊຸມຢ່າງຖືກຕ້ອງຕາມລະບຽບຂອງສຕລໄດ້ກຳນົດໄວ້.ໃນນັ້ນທ່ານສົມສະຫວາດເລັ່ງສະຫວັດໄດ້ສະແດງຄວາມປິຕິຍິນດີມາຍັງປະທານແລະຄະນະນຳສຕລທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານຂອງ AFCແລະFIFA.

ທ່ານ ສົມສະຫວາດ ເລັ່ງສະຫວັດກ່າວຕື່ມວ່າ:ເຖິງພວກເຮົາມີຜົນງານປະສົບຜົນສຳເລັດຫຼາຍກວ່າປິຜ່ານມາ,ແຕ່ທຽບໃສ່ຄວາມມຸ້ງຫວັງແລະຄວາມຄອງຄອຍຂອງປະຊາຊົນ,ພວກເຮົາຕ້ອງບຸກບືນສູ້ຊົນໃຫ້ມີຜົນງານຫຼາຍກວ່ານີ້.ນະໂອກາດນີ້,ຂ້າພະເຈົ້າສະເໜີບາງບັນຫາເພື່ອເລ່ງໃສ່ພັດທະນາກິລາບານເຕະລາວ.ໜຶ່ງ,ສະເໜີມາຍັງການນໍາກະຊວງສຶກສາທິການແລະກິລາໃຫ້ກຳນົດແຈ້ງນະໂຍບາຍຂອງລັດຕໍ່ວຽກງານພັດທະນາກິລາໃຫ້ມີການຊຸກຍູ້ສົ່ງເສີມເລີ່ມແຕ່ໄວເດັກຂື້ນໄປ,ໂດຍສະເພາະແມ່ນສົ່ງເສີມດ້ານໂພສະນາການ,ເພາະເດັກແຂງແຮງຈິ່ງເປັນນັກກິລາທີ່ແຂງແຮງໄດ້.ສອງ,ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນພິຈາລະນາໃນການປະສານສົມທົບລະຫວ່າງພະແນກສຶກສາທິການແລະກິລາແຂວງກັບສະຫະພັນບານເຕະແຂວງ,ສະໂມສອນໃຫ້ດີຂື້ນກວ່າເກົ່າ.ສາມ,ນຳສະເໜີບັນດາຫົວໜວ່ຍທຸລະກິດທີ່ມີເງື່ອນໄຂໃຫ້ຊວ່ຍການອຸປະຖໍາວົງການກິລາບານເຕະໃຫ້ຫຼາຍຂື້ນແລະສີ່,ໃຫ້ສຕລມີການເຄື່ອນໄຫວທີ່ຫ້າວຫັນ,ມີຜົນງານເດັ່ນຫຼາຍຂື້ນທັງພາຍໃນ,ຕ່າງປະເທດ,ພ້ອມກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກແລະຊຸກຍູ້ໃຫ້ກ້າວໜ້າຂື້ນໄປເພື່ອຈຸດປະສົງເຮັດໃຫ້ກິລາບານເຕະຂອງປະເທດເຮົາກາຍເປັນກິລາຍອດນິຍົມຂອງມວນຊົນຢ່າງແທ້ຈິງ.