ກອງປະຊຸມພັດທະນາບານເຕະທົ່ວປະເທດ ປະຈຳປີ 2022

04/09/2022

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກອງປະຊຸມພັດທະນາກີລາບານເຕະທົ່ວປະເທດປະຈໍາປີ 2022 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 4 ກັນຍາ 2022 ທີ່ຫ້ອງປະຊຸມສຕລ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຜູ້ຕາງໜ້າຈາກສະຫະພັນບານເຕະແຕ່ລະແຂວງ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.
ກ່າວເປີດກອງປະຊຸມຢ່າງເປັນທາງການ,ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອໃຫ້ແຕ່ລະແຂວງໄດ້ຮວ່ມກັນປຶກສາຫາລືເພື່ອພັດທະນາບານເຕະລາວ,ໂດຍສະເພາະແມ່ນວຽກງານທີ່ໄດ້ກຳນົດໄວ້ໃນແຜນປີ2022 ລວມເຖິງແຜນໃຫຍ່ທີ່ພວກເຮົາມອບໝາຍໃຫ້ແຕ່ລະແຂວງໃນການຈັດການແຂ່ງຂັນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ເຊິ່ງມາຮອດປັດຈຸບັນກໍມີບາງແຂວງໄດ້ສຳເລັດການແຂ່ງຂັນໄປແລ້ວ. ນອກນັ້ນ,ກອງປະຊຸມຍັງຈະໄດ້ພ້ອມກັນກຳນົດທິດທາງແຜນການຕໍ່ໄປໃນປີ 2023.
ສະເພາະປີ 2022 ສະຫະພັນບານເຕະແຫ່ງຊາດລາວ ແມ່ນໃຫ້ສິດພຽງແຕ່ທີມຈາກລາວລີກ 1 ຈໍານວນ 7 ທີມເຂົ້າຮ່ວມການແຂ່ງຂັນບານເຕະ LFF LAO FORD CUP 2022 ເນື່ອງຈາກທີມຈາກລີກ 2 ຂອງແຕ່ລະແຂວງຍັງບໍ່ມີຄວາມພ້ອມເທື່ອ ແຕ່ຫຼ້າສຸດໄດ້ຂ່າວດີປີໜ້າ ທີມຈາກລາວລີກ 2 ສາມາດມາແຂ່ງຂັນໄດ້ແລ້ວ ແລະ ຈະເຮັດໃຫ້ລາຍການນີ້ມີທີມເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 20 ທີມ.
ໃນພິທີ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວຍັງໄດ້ລາຍງານເຖິງຈຸດປະສົງ ຂອງກອງປະຊຸມແມ່ນສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດແລະແຜນການຂອງສຕລທີ່ນຳກົດໄວ້ໃຫ້ປະກົດຜົນເປັນຈິງ, ໃນນັ້ນແມ່ນການປະສານສົມທົບກັບສະຫະພັນບານເຕະແຕ່ລະແຂວງ, ເຊິ່ງໃນປີ 2022 ແມ່ນໄດ້ມີການຈັດການແຂ່ງຂັນບານເຕະລາວລີກ 2 ໃນແຕ່ລະແຂວງເປັນຄັ້ງທໍາອິດ ເຊິ່ງແຕ່ລະແຂວງກໍໄດ້ມີການແຂ່ງຂັນສໍາເລັດໄປແລ້ວ ແລະ ບາງແຂວງກໍຍັງກໍາລັງດໍາເນີນການຢູ່ ລວມເຖິງລາຍງານແຜນການວຽກງານຕ່າງໆໃນປີຕໍ່ໜ້າ.ໃນກອງປະຊຸມ,ບັນດາຜູ້ຕາງໜ້າສະຫະພັນບານເຕະແຕ່ລະແຂວງໄດ້ຂຶ້ນລາຍງານການປະຕິບັດວຽກງານໃນປີ 2022 ຜ່ານມາ ແລະຜ່ານແຜນການປີ 2023.