ສ​ຕ​ລ ຈັດ​ກິດ​ຈະກຳ ຝຶກອົບຮົມກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ທີ່ແຂວງບໍ່ແກ້ວ

20/05/2024

          ລະຫວ່າງວັນທີ 18-19 ພຶດສະພາ2024 ຜ່ານມາ, ສະຫະພັນບານເຕະແຫ່ງຊາດລາວ ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວໄດ້ຈັດກິດຈະກໍາຝຶກອົບຮົມຄູຝຶກກິລາບານເຕະໃນໂຄງການກິລາບານເຕະໃນໂຮງຮຽນ ທົ່ວແຂວງບໍ່ແກ້ວຂື້ນ FIFA FOOTBALL FOR SCHOOLS,ໂດຍການເປັນປະທານຂອງ ທ່ານ ສູນດາມ ມົນຕີ ຫົວໜ້າພະແນກເຕັກນິກວິທະຍາສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ພ້ອມດວ້ຍບັນດາຄູຝຶກ ຕະຫຼອດຮອດນັກກິລາເຂົ້າຮ່ວມ.

          ຈຸດປະສົງໃນການຝຶກອົບຮົມຄູຝຶກກິລາບານເຕະໃນໂຮງຮຽນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພາລະສຶກສາທົ່ວແຂວງບໍ່ແກ້ວໄດ້ນໍາເອົາຫຼັກສູດແບບໃໝ່ໆຂອງກິລາບານເຕະໄປນໍາໃຊ້ຝຶກຢູ່ບັນດາໂຮງຮຽນໃນທົ່ວແຂວງບໍ່ແກ້ວ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ,ລວມມີການແນະນໍາການຝຶກແອບແບບໝູນສໍາລັບນັກກິລາໃຫ້ເຂົາເຈົ້າໄດ້ປັບປຸງຄວາມສາມາດຂອງນັກກິລາ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ສ້າງຄວາມປະພຶດກໍ່ຄືມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ.

           ການຈັດກິດຈະກໍາໃນຄັ້ງນີ້ມີຄູພາລະເຂົ້າຮວ່ມທັງໝົດ 35 ທ່ານ ຍິງ 3 ທ່ານ, ນັກກິລາທີມາຈາກ 4 ສະ ໂມສອນຄື: ສະໂມສອນ ອາດີ, ສະໂມສອນ 3 ອ້າຍນ້ອງ, ສະໂມສອນ ດີ່ໂດ່ ແລະ ສະໂມສອນ ສີສະຫວັດ ລວມທັງໝົດ 100 ນ້ອງ, ຍິງ 25 ນ້ອງ.ໃນໂອກາດນີ້,ສະຫະພັນບານເຕະແຫ່ງຊາດລາວຍັງໄດ້ມອບອຸປະກອນກິລາໝາກບານໃຫ້ແກ່ໂຮງຮຽນ ແລະ ສະໂມສອນ ໂຮງຮຽນລະ 10 ໜ່ວຍຕື່ມອີກ.