ມສ ຊົນເຜົ່າ ກວດແຊ້ມ ເຕະບາຍ ຍິງ-ຊາຍ ນັກຮຽນມັດທະຍົມຕອນຕົ້ນ ປະຈໍາປີ 2024 ແຂວງບໍ່ແກ້ວ

03/04/2024

      ການແຂ່ງຂັນເລີ່ມຂື້ນໃນວັນທີ 14 ກຸມພາ ຫາວັນທີ 2 ເມສາ 2024 ທີ່ເດີ່ນໂຮງຮຽນ ມສ ດຼີມ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ແບ່ງເປັນປະເພດຍິງ ມີ 8 ທີມ ແລະ ປະເພດຊາຍ ມີ 8 ທີມ ແບ່ງເປັນ 2 ກຸ່ມ A-B:

     + ປະເພດຍິງ: ຮອບຊິງຊະນະເລີດ ເມື່ອວັນທີ 2 ເມສາຜ່ານມາ ມສ ຊົນເຜົ່າ ເອົາຊະນະດວນລູກໂທດ ມຕ ຫ້ວຍຊາຍໃຕ້ 2-1, ຫຼັງຈາກເວລາປົກກະຕິສະເໝີກັນ 0-0, ມສ ຊົນເຜົ່າ ຄວ້າແຊ້ມໄປຄອງ ຮັບຂັນແຊ້ມ ພ້ອມເງິນລາງວັນ.

      ສ່ວນຄູ່ຊິງອັນດັບ 3 ມຕ ປາກງາວ ແຊ້ມເກົ່າ ເອົາຊະນະດວນຈຸດໂທດ ມຕ ບໍ່ແກ້ວ 3-1, ຫຼັງຈາກເວລາປົກກະຕິສະເໝີກັນ 0-0 ເມື່ອວັນທີ 21 ມີນາຜ່ານມາ.

      + ປະເພດຊາຍ: ຮອບຊິງຊະນະເລີດ ເມື່ອວັນທີ 2 ເມສາຜ່ານມາ ມສ ຊົນເຜົ່າ ເອົາຊະນະ ມສ ດຼີມ ແຊ້ມເກົ່າ 2-1, ມສ ຊົນເຜົ່າ ຄວ້າແຊ້ມໄປຄອງ ຮັບຂັນແຊ້ມ ພ້ອມເງິນລາງວັນ.

       ຂະນະທີ່ ຄູ່ຊິງອັນດັບ 3 ມຕ ບໍ່ແກ້ວ ເອົາຊະນະ ມສ ສັນຕິພາບ 3-2 ເມື່ອວັນທີ 18 ມີນາຜ່ານມາ.

       ການຈັດການແຂ່ງຂັນບານເຕະນັກຮຽນມັດທະຍົມຕອນຕົ້ນ ຍິງ-ຊາຍ ແມ່ນຢູ່ໃນແຜນກຳນົດ 5 ລາຍການ ທີ່ສະຫະພັນບານເຕະແຫ່ງຊາດລາວ ຈັດຮ່ວມກັບ ບັນດາສະຫະພັນບານເຕະແຂວງ/ນະຄອນຫລວງ ປະຈໍາປີ 2024.

Photo: ສະຫະພັນບານເຕະ ແຂວງບໍ່ແກ້ວ Bokeo Football Federation