ປະກອບສ່ວນຮ່ວມກັນເພື່ອຊ່ວຍແຂວງອຸດົມໄຊ

06/09/2022

ເພື່ອປະກອບສ່ວນຊ່ວຍແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເດືອນ ສິງຫາ ທີ່ຜ່ານມາ,ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບ ສະຫະພັນບານເຕະແຂວງອຸດົມໄຊ ເຫັນດີມອບລາຍຮັບທັງໝົດຈາກການຂາຍບັດເຂົ້າຊົມການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ C ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບນັ້ນ ໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆ,ໃຫ້ແກ່ອໍານາດການປົກຄອງບ້ານສາມັກຄີໄຊເມືອງຫຼາແຂວງອຸດົມໄຊ ເພື່ອຊວ່ຍສ້ອມແປງລະບົບນໍ້າລີນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ບ້ານດັ່ງກ່າວ.

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.

ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- 10/09/2022 ເວລາ 19:00 ລາວ ພົບ ກວມ

- 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ

- 14/09/2022 ເວລາ 19:00 ລາວ ພົບ ເຢເມນ

- 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍ​ທອດ​ສົດ​ ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອງ 3.

- ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ.

ບຸກຄົນ/ນິຕິບຸກຄົນ ສາມາດຕິດຕໍ່ພົວພັນ ກັບ ສຕລ ເປັນຕົວແທນຂາຍປີ້ໄດ້ ຕາມເບີໂທລະສັບນີ້

ເບີໂທ: 02058886600, 02029805676, 02054649559 ແລະ 55414619

ມາຮ່ວມລຸ້ນຮ່ວມເຊຍທີມຊາດລາວ!

#Laosusu #LaoFootballFederation

#AFCU20