ສະຫະພັນບານເຕະແຫ່ງຊາດລາວສຳເລັດການຝຶກອົບຮົມວຽກງານສື່ມວນຊົນ

29/05/2024

        ລະຫວ່າງວັນທີ 28-29 ພຶດສະພາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ ຮັບໃຊ້ໃຫ້ແກ່ການລາຍງານຂ່າວກິລາບານເຕະ, ຊ່າງພາບ, ການຖ່າຍທອດສົດ ໃຫ້ແກ່ນັກຂ່າວສະໂມສອນ, ພະແນກສື່ມວນຊົນຂອງສຕລ ແລະ ບັນດາເພື່ອນຮວ່ມງານຂອງສຕລ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສຕລ, ທ່ານ ວິນລຽມ ສຸວັນນາມ ຫົວໜ້າພະແນກສື່ມວນຊົນຂອງສຕລ ພ້ອມດ້ວຍພະນັກງານວິຊາການ ພະແນກສື່ມວນຊົນ ແລະ ນັກ​ສຳ​ມະ​ນາ​ກອນ 25 ຄົນ​ເຂົ້າ​ຮ່ວມ.

        ໃນການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການເປັນຜູ້ປະສານງານສື່ມວນຊົນທີ່ດີ, ການຖ່າຍທອດສົດຜ່ານເຟສບຸກ,ຢູທູບ( Facebook,You tube), ການຖ່າຍພາບນິ້ງ ,ຮັບຊົມວີດີໂອ ກ່ຽວກັບການຕັ້ງຕໍາແໜ່ງມູມກ້ອງ,ການເລືອກພາບໃນເວລາຖ່າຍທອດສົດ ແລະ ບັນຫາອື່ນໆທີ່ປິ່ນອ້ອມວຽກງານການລາຍງານຂ່າວທີ່ຕິດພັນກັບກິລາບານເຕະ ເພື່ອກະກຽມໃສ່ບັນດາລາຍການແຂ່ງຂັນຕ່າງໆຂອງ ສຕລ ທີ່ຈະຈັດຂຶ້ນຫລາຍລາຍການໃນປີ 2024.

 ສຳລັບການຝຶກອົບຮົມໃນຄັ້ງນີ້,ຜູ້ເຂົ້າຮວ່ມໄດ້ຮຽນຮູ້ທັງພາກທິດສະດີ ແລະ ການລົງຕົວຈິງຢູ່ສະຫນາມ.ໃນໂອກາດເຂົ້າຮວ່ມການປິດຝຶກອົບຮົມ,ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ,ໂດຍໄດ້ກ່າວເຖິງຄວາມໝາຍແລະຄວາມສຳຄັນຂອງສື່ມວນຊົນ ໃນການລາຍງານຂ່າວ, ພາບ ແລະ ວີດີໂອ ໃຫ້ຖືກຕ້ອງ,ຊັດເຈນ,ວ່ອງໄວທັນເຫດການແລະນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການລາຍງານຂ່າວໃນຍຸກດີຈີຕອນໃຫ້ທັນການ,ຖືກຕ້ອງ,ຊັດເຈນ.ທ່ານກ່າວວ່າ:ໃນປີ 2024 ສະຫະພັນບານເຕະແຫ່ງຊາດລາວໄດ້ມີແຜນຈັດການແຂ່ງຂັນ ຫລາຍລາຍການ ຖ້າຫາກຜູ້ເຂົ້າຮ່ວມສົນໃຈວຽກງານສື່ມວນຊົນ Freelancer ກໍສາມາດເຂົ້າຮ່ວມໄດ້ ສະຫະພັນບານເຕະແຫ່ງຊາດລາວຍິນດີຕ້ອນຮັບທຸກຄົນເຂົ້າຮ່ວມເປັນສ່ວນຫນຶ່ງຂອງການແຂ່ງຂັນ.ໃນພິທີຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ສຳເລັດການຝຶກອົບຮົມວຽກງານສື່ມວນຊົນ 2024ຕື່ມອີກ.