ສຕລ ສຳເລັດການຝຶກອົບຮົມ ກໍາມະການຕັດສິນ ເພື່ອການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນປະທານສຕລ ປະຈຳປີ 2024

29/05/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ(U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນປະ ທານ ສຕລ ປະຈໍາປີ 2024,ເຊິ່ງພິທີປິດການຝຶກອົບຮົມໄດ້ຈັດຂື້ນໃນວັນທີ 30 ພຶດສະພາ 2024ພາຍຫຼັງການດຳເນີນການຝຶກອົບຮົມມາເປັນເວລາ3ວັນ(27-30/5/2024), ໂດຍມີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລໃຫ້ກຽດເຂົ້າຮວ່ມ.

ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວວ່າ :ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບໃຫ້ກຳມະການຕັດສິນກ່ອນເປີດ ການແຂ່ງຂັນບານເຕະU16 ແລະ U19 ຊີງຂັນປະທານສຕລ ປະຈຳປີ 2024,ເຊິ່ງຜູ້ເຂົ້າຮວ່ມຝຶກອົບຮົມໄດ້ຮຽນຮູ້ທັງພາກທິດສະດີ,ພາກປະຕິບັດຕົວຈິງຢູ່ສະຫນາມ ແລະມີການທົດສອບພະລະກຳລັງ, ເພື່ອຮັບປະກັນການແຂ່ງຂັນໃຫ້ຮັກສາໄດ້ໃນລະດັບເກນມາດຕະຖານຂອງການແຂ່ງຂັນທີ່ໄດ້ກຳນົດໄວ້ແລະໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກຳມະການທີ່ໄດ້ສຳ ເລັດການຝຶກອົບຮົມໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ກຳມະການຕັດສິນທຸກທ່ານຈົ່ງເອົາໃຈໃສ່ປະຕິບັດກົດລະບຽບກະຕິກາຕ່າງໆຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃໝ່ຢ່າງເຄັ່ງຄັດ,ຍຸຕິທຳ.

ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ(U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນປະທານ ສຕລ ປະຈໍາປີ 2024 ທີ່ຈະເປີດສາກຂຶ້ນໃນຕົ້ນເດືອນມິຖຸນາ ທີ່ຈະມາເຖິງ.ເຂົ້າຮວ່ມໃນພິທີປິດການຝຶກອົບຮົມຄັ້ງນີ້ຍັງມີທ່ານໄຊປະເສີດ ພົງຊະນິດ ຫົວຫນ້າພະແນກ ກຳມະການຕັດສິນ ສຕລ ໃນຖານະເປັນຄູຝຶກ,ພ້ອມຜູ້ປະເມີນກຳມະການຕັດສິນ ແລະ ກຳມະການຕັດສິນ ທັງຫມົດ 35 ຄົນ ທີ່ມາຈາກຫລາຍພາກສ່ວນ.