ກອງປະຊຸມເຕັກນິກ ການແຂ່ງຂັນກິລາບານເຕະເຍົາວະຊົນ U16

31/05/2024

ກອງປະຊຸມເຕັກນິກ ການແຂ່ງຂັນກິລາບານເຕະເຍົາວະຊົນ U16 ໄດ້ມີຂຶ້ນຕອນເຊົ້າ ວັນສຸກ 31 ພຶດສະພາ 2024 ຢູ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພາຍໃຕ້ການເປັນປະທານກອງປະຊຸມໂດຍແມ່ນ ທ່ານ ສັນຕີກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ຕາງຫນ້າບັນດາສະໂມສອນ ເຂົ້າຮ່ວມການແຂ່ງຂັນ.

ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 LFF U-16 CHAMPIONSHIP 2024 ມີ 10 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ:

1. ຊ້າງນ້ອຍ

2. ກອງທັບ

3. ຈຳປາສັກ

4. ເອສະຣາ

5. ມາສເຕີ້ ເຊເວັ້ນ

6. ນ້ຳທາ

7. ວຽງຈັນ

8. ຫຼວງພະບາງ

9. ທີບີ ບໍ່ແກ້ວ

10. ມາສະດາ ຈີບີ

  ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະເຂົ້າໄປຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ.

  ສຳລັບເງິນລາງວັນອັນດັບ 1 ໄດ້ຮັບເງິນ 30 ລ້ານກີບ ພ້ອມຫລຽນລາງວັນ ແລະ ຂັນຊະນະເລີດ, ອັນດັບ 2 ໄດ້ຮັບເງິນ 15 ລ້ານກີບ ພ້ອມຫລຽນ ແລະ ອັນດັບ 3 ໄດ້ຮັບເງິນ 10 ລ້ານກີບ ພ້ອມຫລຽນ ນອກຈາກນັ້ນຍັງມີລາງປະເພດບຸກຄົນ ມີ ລາງວັນນັກກິລາຍິງປະຕູສູງສຸດ ໄດ້ຮັບຂັນ 1 ຫນ່ວຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ ແລະ ນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ຫນ່ວຍ.

  ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນ ຮອບທີ 1: ວັນທີ 01 - 14 ມິຖຸນາ 2024 . ຮອບທີ 2 ວັນທີ 09-27 ກໍລະກົດ 2024.

 ຕາຕະລາງ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 LFF U-16 CHAMPIONSHIP 2024 ນັດທີ 1

- ວັນເສົາ 01 ມິຖຸນາ 2024

 ເວລາ 09:30 ມາສດາ ຈີບີ ພົບ ນ້ຳທາ

 ແຂ່ງຂັນຢູ່ທີ່ ສູນຝຶກຫ້ວຍຫົງ ສຕລ ສະຫນາມ 1

 ເວລາ 16:00 ຊ້າງນ້ອຍ ພົບ ທີບີ ບໍ່ແກ້ວ

 ແຂ່ງຂັນຢູ່ທີ່ ສູນຝຶກຫ້ວຍຫົງ ສຕລ ສະຫນາມ 1

 ເວລາ 16:00 ຈຳປາສັກ ພົບ ກອງທັບ

 ແຂ່ງຂັນຢູ່ທີ່ ສູນຝຶກຫ້ວຍຫົງ ສຕລ ສະຫນາມ 2

 ເວລາ 19:00 ເອສະຣາ ພົບ ວຽງຈັນ

 ແຂ່ງຂັນຢູ່ທີ່ ສູນຝຶກຫ້ວຍຫົງ ສຕລ ສະຫນາມ 1

 ເວລາ 19:00 ມາສເຕີ້ ເຊເວັ້ນ ພົບ ຫຼວງພະບາງ

 ແຂ່ງຂັນຢູ່ທີ່ ສູນຝຶກຫ້ວຍຫົງ ສຕລ ສະຫນາມ 2

 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຕິດຕາມຮັບຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LFF U-16 CHAMPIONSHIP, YOUTUBE LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la

#LFFU16CHAMPIONSHIP2024

#PepsiLaos

#LaoTelecom

#Tigerhead

#Sting

#Revive

#LifeFootball

#YOUNGELEPHANTSFC

#ARMYFC

#CHAMPASAKFC

#EZRAFC

#MASTER7FC

#NAMTHAUNITED

#VIENGCHANHFC

#LUANGPRABANGFC

#TBBOKEOFC

#MAZDAGBFC