ຮ້ານຂາຍເຄື່ອງກິລາ ໄລຟ ຟຸດບອນ ສະຫນັບສະຫນູນ 3 ລາຍການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ

31/05/2024

           ຮ້ານຂາຍເຄື່ອງກິລາ ໄລຟ ຟຸດບອນ Life Football ໄດ້ໃຫ້ການສະໜັບສະໜູນ ເຄື່ອງກິລາໃຫ້ກັບ ຄະນະຈັດການແຂ່ງຂັນ ແລະ ກຳມະການ 3 ລາຍການແຂ່ງຂັນຄື: ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ, ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 19 ປີ ແລະ ການແຂ່ງຂັນບານເຕະ ລາວລີກ ຍີງ.

           ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2024 ຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພີທີເຊັນສັນຍາການສະໜັບສະໜູນເຄື່ອງກິລາໃຫ້ກັບ ຄະນະຈັດການແຂ່ງຂັນ ແລະ ກຳມະການ

           ພິທີລົງນາມເຊັນສັນຍາໃນຄັ້ງນີ້ຕາງຫນ້າ ສະຫະພັນບານເຕະແຫ່ງຊາດລາວ ແມ່ນ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ຮ້ານຂາຍເຄື່ອງກິລາ ໄລຟ ຟຸດບອນ ແມ່ນ ທ່ານ ທິດຕາວັນ ວັນນະຈັກ ຜູ້ອຳນວຍການ.

           ສຳລັບ ຮ້ານຂາຍເຄື່ອງກິລາ ໄລຟ ຟຸດບອນ ເປັນເຄື່ອງກິລາພິມລາຍ ທີ່ຫາກໍສ້າງຂຶ້ນບໍ່ດົນແຕ່ຄອງໃຈຜູ້ຊົມໃຊ້ຫລາຍສົມຄວນໃນສັງຄົມລາວ, ຜ່ານມາເຄີຍໃຫ້ການສະໜັບສະໜູນ ສະໂມສອນ ລາວລີກ 1 , ລາວລີກ 2 ແລະ ອີກຫລາຍສະໂມສອນ.