ເບສະຫວັນຄວ້າແຊ້ມລາວຟຸດຊໍ ລີກ 2024ແລະເປັນແຊ້ມສະໄຫມທີ 2 ຕິດຕໍ່ກັນ

02/06/2024

            ການແຂ່ງຂັນບານເຕະ ລາວ ຟຸດຊໍ ລີກ 2024 LAO FUTSAL LEAGUE 2024ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວເມື່ອວັນທີ 02 ມິຖຸນາ 2024 ແມ່ນຮອບຊິງຊະນະເລີດລະຫວ່າງເບສະຫວັນ ແຊ້ມເກົ່າພົບກັບ ເອັສທີທີ,ໂດຍມີກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນແລະບັນຍາກາດດຳເນີນໄປດວ້ຍໄມຕີຈິດມິດຕະພາບທີ່ເບີກບານມວ່ນຊື່ນ.

ຜ່ານການແຂ່ງຂັນຜົນປະກົດວ່າ ເບສະຫວັນ ເອົາຊະນະ ເອັສທີທີໄປຢ່າງຂາດລອຍ 10-3, ເບ​ສະ​ຫວັນ ໄດ້​ປະ​ຕູ​ຈາກ: ເບີ 18 ວົງ​ພະ​ຈັນ ພຸດ​ທະ​ວົງ ນາ​ທີ 8, 38 ( OG ), ເບີ 7 ຄຳ​ຜາ ພິ​ພັກ​ຂະ​ວົງ ນາ​ທີ 11, 20, 34, 35, ເບີ 27 ຂຸນ​ວັງ ສູນ​ດາ​ລາ ນາ​ທີ 19, ເບີ 9 ສຸ​ລິ​ຈັນ ພະ​ສະ​ແຫວງ ນາ​ທີ 30, ເບີ 8 ນິດ​ນີ​ລັນ ຈັນ​ຈະ​ເລີນ ນາ​ທີ 39, ເບີ 32 ວັນ​ນາ ບຸນ​ຫລໍ່​ວົງ​ສາ ນາ​ທີ 37 ສ່ວນ ເອັ​ສ​ທີ​ທີ ໄດ້​ປະ​ຕູ​ຈາກ: ເບີ 1 ແບ້ງ ຊະ​ນະ​ສິດ ( OG ), ເບີ 88 ມະ​ໂນ​ລົມ ເພັດ​ພັກ​ດີ ນາ​ທີ 26, ເບີ 44 ນະ​ລິນ ຫຼວງ​ສີ​ສົມ​ບັດ ນາ​ທີ 29, ຈາກໄຊຊະນະດັ່ງກ່າວເຮັດໃຫ້ ເບສະຫວັນ ຄວ້າແຊ້ມລາຍການດັ່ງກ່າວເປັນສະໄໝທີ່2ຕິດຕໍ່ກັນ,ເຊິ່ງກ່ອນຫນ້ານັ້ນແມ່ນໄດ້ແຊ້ມໃນປີ 2023.

             ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 LAO FUTSAL LEAGUE 2024 ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ ວັນທີ 02 ມີນາ 2024 ຫາ 02 ມິຖຸນາ 2024 ມີ12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ, ລະຊະຕະ , ມາສດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ. ສຳລັບຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ. ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .

              ຜົນການແຂ່ງຂັນສາມາດສະຫລຸບອັນດັບໄດ້ດັ່ງລຸ່ມນີ້໊:

ອັນດັບ 1 ຊະນະເລີດ ເບສະຫວັນ ໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 50.000.000ກີບ

ອັນດັບ 2 ຮອງຊະນະເລີດ ເອັສທີທີ ໄດ້ຮັບເງິນລາງວັນ ຈຳນວນ 25.000.000 ກີບ

ອັນດັບ 3 ຊີໄອທີ ໄດ້ຮັບເງິນລາງວັນ 10.000.000 ກີບ

ອັນດັບ 4 ນະຄອນຫຼວງ

ອັນດັບ 5 ເຫນືອ - ໃຕ້

ອັນດັບ 6 ວີເຊີນ

ອັນດັບ 7 ເຄເອັມທີ

ອັນດັບ 8 ລະຊະຕະ

ອັນດັບ 9 ອາສາ ພາວເວີ້

ອັນດັບ 10 ຈັນສີ

ອັນດັບ 11 ມາສດາ ຈີບີ

ອັນດັບ 12 ຊີທີເອ ພາວເວີ້້

                ນອກຈາກນັ້ນ,ຍັງມີລາງວັນຜູ້ຍິງປະຕູສູງສຸດເປັນຂອງ ຈັນສະຫມອນ ພົມມະລີວົງ ຈາກ ເອັສທີທີ ຍິງໄດ້ 25ປະຕູ ໄດ້ຮັບຂັນລາງວັນ, ຜູ້ຮັກສາປະຕູດີເດັ່ນ ບຸນເພັງຂາວພູມີ ຈາກ ເບສະຫວັນ ລົງສະຫນາມ 12 ນັດ ໄດ້ຮັບຂັນລາງວັນ, ນັກກິລາດີເດັ່ນ ຄໍາຜາ ພິພັກຂະວົງ ຈາກ ເບ​ສະ​ຫວັນ​ ໄດ້ຮັບຂັນລາງວັນ ແລະ ຄູຝຶກດີເດັ່ນ ສົມພອນ ສໍາເພົານົນ ຈາກ ເບສະຫວັນ ໄດ້ຮັບຂັນລາງວັນ.

               ໃຫ້ກຽດເຂົ້າຮ່ວມພິີທີມອບລາງວັນມີທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ, ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວດ, ທ່ານ ພັທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ, ທ່ານ ທ່ອນແກ້ວ ສີຫາວົງ ຜູ້ອຳນວຍການ ບໍລິສັດ ທີພລັດ ດິຈິຕອລ ຈຳກັດຜູ້ດຽວ, ທ່ານ ນ. ທີດາລັກ ບົວບຸນມີ ປະທານ Cava - ຊາວ໌ະ , ແຟນບານຟຸດຊໍ ແລະ ສື່ມວນຊົນ ເຂົ້າຮ່ວມ.