ກອງປະຊຸມກ່ອນການແຂ່ງຂັນ ບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12, 14 ປີ ແລະ 15 ປີ ຍິງ

11/06/2024

         ກອງປະຊຸມກ່ອນການແຂ່ງຂັນ ບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12, 14 ປີ ແລະ 15 ປີ ຍິງ ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາຢູ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໂດຍເປັນກຽດເຂົ້າຮ່ວມ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດາມ ມູນຕີ ຫົວຫນ້າພະແນກເຕັກນິກ-ວິທະຍາ ສຕລ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ສະໂມສອນ ທີ່ເຂົ້າຮ່ວມການແຂ່ງຂັນ.

 ສຳລັບທີມທີ່ຜ່ານເຂົ້າຮອບສຸດທ້າຍມີດັ່ງນີ້:

- ຮຸ່ນອາຍຸບໍ່ເກີນ 12 ປີ ຊາຍ ມີ 8 ທີມຄື:

1. ສະໂມສອນ ຈໍາປີ - ຈໍາປາ

2. ສະໂມສອນ ວຽງຈັນ ເອັຟທີິ

3. ສະໂມສອນ ຊ້າງນ້ອຍ ເອຟຊີ

4. ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ເອຟຊີ

5. ສະໂມສອນ ພົມມະທັດ ເອຟຊີ

6. ສະໂມສອນ ພີເຄພີ ເອຟຊີ

7. ເອຟຊີ ຕາລັນ

8. ວິເຊິນ ຢູໄນເຕັດ

- ຮຸ່ນອາຍຸບໍ່ເກີນ 14 ປີ ຊາຍ ມີ 8 ທີມຄື:

1. ສະໂມສອນ ເອສະຣາ ເອຟຊີ

2. ສະໂມສອນ ເອັສທີທີ ເອຟຊີ

3. ສະໂມສອນ ຊ້າງນ້ອຍ ເອຟຊີ

4. ສະໂມສອນ ໄອສະປອດ ເອຟຊີ

5. ສະໂມສອນ ຈັນສີ ເອຟຊີ

6. ສະໂມສອນ ວຽງຈັນ ເອຟທີ

7. ສະໂມສອນ ມະຫາວິທະຍາໄລແຫ່ງຊາດລາວ

8. ສະໂມສອນ ເອຟຊີ ຕາລັນ

- ຮຸ່ນອາຍຸບໍ່ເກີນ 15 ຍິງ ມີ 4 ທີມຄື:

1. ສະໂມສອນ ຈໍາປີ - ຈໍາປາ 1

2. ສະໂມສອນ ມາສເຕີ ເຊເວັນ

3. ສະໂມສອນ ສະປີດ ເອຟຊີ

4. ສະໂສອນ ຈໍາປີ - ຈໍາປາ 2

          ການແຂ່ງຂັນ 3 ລາຍການດັ່ງກ່າວ ການແຂ່ງຂັນແບບລີກແມ່ນແຂ່ງຂັນພົບກັນໝົດ 2 ຮອບ ໄປ ແລະ ກັບ - ຮອບທີ່ 1: ເລີ່ມແຕ່ວັນທີ 16/6/2024 – 4/8/2024 ( ມີພິທີມອບຂັນ ແລະ ຫຼຽນລາງວັນໃຫ້ນັກກິລາສໍາລັບຮອບທີ່ 1 ), ຮອບທີ່ 2: ເລີ່ມແຕ່ວັນ 18/8/2824 – 6/10/2824 ( ມີພິທີມອບຂັນ ແລະ ຫຼຽນລາງວັນໃຫ້ນັກກິລາສໍາລັບຮອບທີ 2) ການໄລ່ຄະແນນແມ່ຄິດໄລ່ຄະແນນ ດັ່ງນີ້: ຊະນະ 3 ຄະແນນ, ສະເໝີ 1 ຄະແນນ, ເສຍ 0 ຄະແນນ. ທີມທີ່ໄດ້ຄະແນນສູງສຸດຈະໄດ້ເປັນອັນດັບທີ 1 ຂອງການແຂ່ງຂັນ ແລະ ຮອງລົງມາຕາມລໍາດັບທີ 2 ແລະ ທີ 3 ຈົນຮອດອັນດັບທີ່ສຸດທ້າຍ. 
          ຈຸດປະສົງຂອງການຈັດການແຂ່ງຂັນລາຍການນີ້ຂຶ້ນມາກໍເພື່ອ ເປັນການພັດທະນາກິລາບານເຕະໃນຮຸ່ນເຍົາວະຊົນໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ, ພ້ອມທັງເປັນການສົ່ງເສີມໃຫ້ກັບເຍົາວະຊົນ ໄດ້ກ້າສະແດງອອກ ໄດ້ມີເວທີການແຂ່ງຂັນກິລາບານເຕະ ວັດລະດັບຄວາມສາມາດ, ເພື່ອກ້າວເປັນຮຸ່ນສືບທອດຂອງແຕ່ລະທີມ ແລະ ກ້າວສູ່ລະດັບຊາດໃນຕໍ່ຫນ້າ, ສະຫະພັນບານເຕະແຫ່ງຊາດລາວ ມີເປົ້າໝາຍໃນການສົ່ງເສີມໃຫ້ ເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ.

         ສຳລັບສະຫນາມທີ່ໃຊ້ການແຂ່ງຂັນແມ່ນ ສະຫນາມສູນຝຶກຫຼັກ 16 , ສ່ວນຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.