ເອສະຣາ ແລະ ນໍ້າທາ ຄວ້າໄຊ 2 ນັດ | ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 LFF U-16 CHAMPIONSHIP 2024

04/06/2024

       ການແຂ່ງຂັນລາຍການນີ້ ມີ 10 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ຊ້າງນ້ອຍ ເອັຟຊີ ແຊ້ມເກົ່າ, ນໍ້າທາ ຢູໄນເຕັດ ຮອງແຊ້ມເກົ່າ, ກອງທັບ ເອັຟຊີ, ຈຳປາສັກ ເອັຟຊີ, ເອສະຣາ ເອັຟຊີ, ມາສເຕີ້ ເຊເວັ້ນ ເອັຟຊີ, ວຽງຈັນ ເອັຟຊີ, ຫຼວງພະບາງ ເອັຟຊີ, 2 ທີມນ້ອງໃໝ່ ທີບີ ບໍ່ແກ້ວ ແລະ ມາສະດາ ຈີບີ ເອັຟຊີ.

     ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ແລ້ວຈົກສະຫລາກຈັບຄູ່ເຕະເສຍຄັດອອກ, ທີມຊະນະເຂົ້າໄປຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

     ນັດທີ 2 ວັນທີ 4 ມິຖຸນາຜ່ານມາ, ນໍ້າທາ ເອົາຊະນະ ວຽງຈັນ 3-1, ເອສຣາ ເອົາຊະນະ ຫຼວງພະບາງ 3-2, ຊ້າງນ້ອຍ ເອົາຊະນະ ມາສະດາ ຈີບີ 4-1, ມາສເຕີ້ ເຊເວັ້ນ ເອົາຊະນະ ກອງທັບ 7-0, ຈຳປາສັກ ເອົາຊະນະ ທີບີ ບໍ່ແກ້ວ 8-1.

     ຜ່ານໄປ 2 ນັດ: ເອສຣາ ແລະ ນໍ້າທາ ມີ 6 ຄະແນນເທົ່າກັນ, ຈຳປາສັກ, ມາສເຕີ້ ແລະ ຊ້າງນ້ອຍ ມີ 4 ຄະແນນເທົ່າກັນ, ຫຼວງພະບາງ, ທີບີ ບໍ່ແກ້ວ ແລະ ກອງທັບ ມີ 1 ຄະແນນເທົ່າກັນ, ສ່ວນ ມາສະດາ ຈີບີ ແລະ ວຽງຈັນ ຍັງບໍ່ມີຄະແນນ.

     ນັດທີ 3 ຈະແຂ່ງຂັນໃນວັນທີ 7 ມິຖຸນາ 2024: ເວລາ 9:00 ໂມງ ມາສເຕີ້ ພົບກັບ ວຽງຈັນ; ເວລາ 16:00 ຫຼວງພະບາງ ພົບກັບ ນໍ້າທາ ແລະ ກອງທັບ ພົບກັບ ຊ້າງນ້ອຍ; ເວລາ 19:00 ໂມງ ມາສະດາ ຈີບີ ພົບກັບ ຈຳປາສັກ ແລະ ເອສຣາ ພົບກັບ ທີບີ ບໍ່ແກ້ວ

     ທີມແຊ້ມ ຈະໄດ້ຮັບຂັນແຊ້ມ ຫຼຽນລາງວັນ ພ້ອມເງິນລາງ 30 ລ້ານກີບ, ພ້ອມຫລຽນລາງວັນ ແລະ ຂັນຊະນະເລີດ, ຮອງແຊ້ມ ຈະໄດ້ຮັບຫຼຽນ ພ້ອມເງິນລາງວັນ 15 ລ້ານກີບ ແລະ ອັນດັບ 3 ຈະໄດ້ຮັບຫຼຽນ ພ້ອມເງິນລາງວັນ 10 ລ້ານກີບ, ນອກຈາກນັ້ນຍັງມີລາງປະເພດບຸກຄົນ ປະກອບມີ: ລາງວັນນັກເຕະດີເດັ່ນ, ລາງວັນນັກກິລາຍິງປະຕູສູງສຸດ, ລາງວັນຜູ້ຮັກສາປະຕູດີເດັ່ນ ແລະ ລາງວັນຄູຝຶກດີເດັ່ນ.

     ການແຂ່ງຂັນ ຮອບທີ 1: ວັນທີ 01 - 14 ມິຖຸນານີ້, ສ່ວນຮອບທີ 2 ວັນທີ 09-27 ກໍລະກົດ 2024.