ທີມຊາດລາວU20 ຢູ່ກຸ່ມ G ຮ່ວມກັບ ອີຣານ, ມົງໂກລີ ແລະ ອິນເດຍ

13/06/2024

              ວັນທີ 13 ມິຖຸນາ 2024 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍອາຍຸບໍ່ເກີນ20ປີ U20 ຊິງແຊ້ມອາຊີ 2025 ຮອບຄັດເລືອກ ໂດຍມີທັງຫມົດ 45 ທີມເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ ຜົນການຈັບສະຫລາກມີດັ່ງລຸ່ມນີ້:

- ກຸ່ມ G ປະກອບມີ: ອີຣານ, ມົງໂກລີ, ອິນເດຍ,ສປປລາວ (ເຈົ້າພາບຮອບຄັດເລືອກ)

  ຮອບຄັດລືອກຈະແຂ່ງຂັນລະຫວ່າງວັນທີ 21 - 29 ກັນຍາ 2024, ຮູບແບບການຄັດເລືອກເອົາທີ 1 ຂອງ 10 ກຸ່ມ ບວກກັບ ທີ 2 ດີສຸດ 5 ທີມ ບວກກັບ ເຈົ້າພາບ ສປ ຈີນ ເຂົ້າຮອບສຸດທ້າຍ ປີ 2025.

             4 ທີມ ທີ່ສາມາດເຂົ້າສູ່ຮອບຮອງຊະນະເລີດ ໄດ້ສິດເປັນຕົວແທນທະວີບອາຊີ ໄປແຂ່ງຂັນບານເຕະຊາຍ U20 ປີ ຊິງແຊ້ມບານໂລກ 2025 ທີ່ປະເທດຊີລີ (ຊິເລ່).