ຝຶກອົບຮົມການປ້ອງກັນແລະປົກປ້ອງເດັກໃນກິລາບານເຕະ

29/06/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຈັດຝຶກອົບຮົມການປ້ອງກັນ ແລະ ປົກປ້ອງເດັກໃນກິລາບານເຕະ(CHILD SAFEGUARDING)ຂື້ນໃນຕອນເຊົ້າ ວັນທີ 28 ມິຖຸນາ 2024 ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ສົມສະໜຸກ ລຽນສະຫວັນ ຮອງເລຂາທິການ ສຕລ ແລະ ບັນດາຄູຝຶກແຕ່ລະສະໂມສອນບານເຕະ ລາວລີກຍິງ ແລະ ບານເຕະເຍົາວະຊົນເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານການປ້ອງກັນ ແລະ ປົກປ້ອງເດັກໃນກິລາບານເຕະໃຫ້ກັບບັນດາຄູຝຶກໃຫ້ໄດ້ຮັບຮູ້ບົດບາດ,ຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ລວມໄປເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນກັບເດັກນ້ອຍເຍົາວະຊົນໃນກິດຈະກຳບານເຕະດັ່ງກ່າວ. 

ນັກຝຶກອົບຮົມທີ່ເຂົ້າຮວ່ມກອງປະຊຸມໃນຄັ້ງນີ້ແມ່ນມາຈາກ9ພາກສວ່ນຄື:

1. ສະໂມສອນບານເຕະ ຫຼວງພະບາງ

2. ສະໂມສອນບານເຕະ ເອສະຣາ

3. ສະໂມສອນບານເຕະຈຳປາສັກ

4. ສະໂມສອນ ບານເຕະ ຊ້າງນ້ອຍ

5. ສະໂມສອນ ບານເຕະ ມາສເຕີ້ 7

6. ສະໂມສອນ ບານເຕະ ນ້ຳທາ ຢູໄນເຕັດ

7. ສະໂມສອນ ບານເຕະ ກອງທັບ

8. ສະໂມສອນ ບານເຕະ ວຽງຈັນ

9. ສະໂມສອນ ບານເຕະ ເຄພີເອັສ


#CHILDSAFEGUARDING