ນໍ້າທາ ຢູໄນເຕັດ ເຊັນສັນຍາກັບນັກກິລາໃນສັງກັດU19 ຈຳນວນ 10 ຄົນ ຫລັງຈົບການແຂ່ງຂັນເຕະບານຊາຍ U19 ຊິງຂັນ ສຕລ 2024

30/08/2024

ທ່ານ ແຮັບປີ້ ສີສົມພອນ ຮອງປະທານສະໂມສອນ ນໍ້າທາ ຢູໄນເຕັດ ກ່າວວ່າ: ເພື່ອເປັນການສ້າງໂອກາດ ແລະ ຜົນປະໂຫຍດແກ່ນັກກິລາ ໂດຍສະເພາະການຝຶກຝົນ ແລະ ແຂ່ງຂັນຢ່າງຕໍ່ເນື່ອງ ສ້າງຜົນງານ,ປະສົບການໃຫ້ດີຂຶ້ນ ເພື່ອຕໍ່ຍອດສູ່ການເປັນນັກເຕະອາຊີບໃນອະນາຄົດ ດັ່ງນັ້ນ, ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ ຈຶ່ງສືບຕໍ່ເຊັນສັນຍາກັບນັກກິລາໃນສັງກັດ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ຈຳນວນ 10 ຄົນ. ສຳລັບນັກກິລາທັງ 10 ຄົນແມ່ນເປັນນັກກິລາທີ່ມີພອນສະຫວັນ-ພອນສະແຫວງ ແລະ ລະບຽບວິໄນດີ ຈະກາຍເປັນກຳລັງຫລັກໃນທີມຊຸດໃຫຍ່ ສົມທົບກັບລຸ້ນອ້າຍ ແລະ ຕ່າງຊາດຊາວຍີ່ປຸ່ນ 2 ຄົນ ກຽມລຸຍ ເປບຊີ ລາວລີກ 1 ລະດູການ 2024/2025. ທ່ານ ແຮັບປີ້ ສີສົມພອນ ໃຫ້ຮູ້ຕື່ມວ່າ: ໃນຈຳນວນນັກກິລາຊຸດນີ້ ອາດມີບາງຄົນທີ່ເຊັນສັນຍາກັບພວກເຮົາ ແຕ່ຈະປ່ອຍໃຫ້ທີມອື່ນຢືມຕົວ ຍ້ອນປັດໃຈເລື່ອງການຮຽນ ເພາະທາງເຮົາໃຫ້ນ້ອງໆເອົາການຮຽນເປັນສຳຄັນ ເພາະສະໂມສອນຕັ້ງຂື້ນມາກໍ່ຍ້ອນຢາກໃຫ້ທຸກຄົນໄດ້ຮັບໂອກາດ ແລະ ອະນາຄົດທີ່ດີ.

         ຜົນງານຂອງ ນໍ້າທາ ຢູໄນເຕັດ ໃນປີທີຜ່ານແມ່ນຍາດໄດ້ ອັນດັບ 7 ໃນການເຂົ້າຮ່ວມ ການແຂ່ງຂັນ ບານເຕະ ເປບຊີ ລາວລີກ 2023 ເຊິ່ງເປັນປີທຳອິດທີ່ສົ່ງທີມເຂົ້າຮ່ວມການແຂ່ງຂັນ.

 ການແຂ່ງຂັນລະດູການນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

3. ສະໂມສອນ ກິລາບານເຕະ ເອສະຣາ

4. ສະໂມສອນ ກິລາບານເຕະ ກອງທັບ

5. ສະໂມສອນ ກິລາບານເຕະ ຫຼວງພະບາງ

6. ສະໂມສອນ ກິລາບານເຕະ ຈຳປາສັກ

7. ສະໂມສອນ ກິລາບານເຕະ ນໍ້າທາ

8. ສະໂມສອນ ກິລາບານເຕະ ວຽງຈັນ

  ໃນການແຂ່ງຂັນຈະໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

    ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ. ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາສເຕີເຊເວັ້ນ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).