ຈັດກິດຈະກຳບານເຕະ FIFA Women’s Football Campaign

22/09/2024

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ ຟີຟາ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2024 ຂື້ນໃນວັນທີ21ກັນຍານີ້ທີ່ສຕລ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 8 – 14 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ພ້ອມດວ້ຍຄະນະບໍລິຫານງານ ສຕລ, ທ່ານ ໄຊມອນ ໂທເສລລີ ( SIMON TOSELLI ) ຜູ້ຕາງໜ້າຈາກ FIFAພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນແລະ ສື່ມວນຊົນ ເຂົ້າຮ່ວມ. ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດງານວ່າ: ‘’ ການຈັດງານຄັ້ງນີ້ແມ່ນເພື່ອຈຸດປະສົງພັດທະນາບານເຕະຍິງ ລາວໃຫ້ກ້າວສູ່ລະດັບເທົ່າທຽມກັບບານເຕະຊາຍ, ນີ້ເປັນໂຄງການທຳອິດຂອງການພັດທະນາກິລາບານເຕະຍິງທີ່ສຕລເປັນຜູ້ລິເລີ່ມສ້າງແຜນຍຸດທະສາດ ພັດທະນາກິລາບານເຕະຍິງນີ້ຂື້ນມາໃນປີທີ່ຜ່ານມາ ແລະສືບຕໍ່ເຮັດໃຫ້ມີກິດຈະກຳດັ່ງກ່າວນີ້ເກີດຂຶ້ນໄດ້ ເຊິ່ງເປັນຄັ້ງທຳອິດ‘’ ຂະນະທີ່ ທ່ານ ໄຊມອນ ໂທເສລລີ ( SIMON TOSELLI ) ຜູ້ຕາງໜ້າຈາກ FIFA ໄດ້ກ່າວວ່າ: ‘’ ມື້ນີ້ເປັນໂອກາດອັນດີທີ່ເຮົາໄດ້ສະເຫລີມສະຫລອງກິດຈະກຳບານເຕະຍິງ FIFA Women’s Football Campaign 2024.ນີ້ແມ່ນ ຫນຶ່ງໃນຈຸດປະສົງຫລັກຂອງ ຟີຟາ ໃນການພັດທະນາບານເຕະຍິງແມ່ນການສ້າງຈໍານວນນັກກິລາຍິງທີ່ມີສ່ວນຮ່ວມໃນກິລາບານເຕະ ບໍ່ວ່າຈະເປັນໃນລະດັບບານເຕະຂັ້ນພື້ນຖານ, ບານເຕະເຍົາວະຊົນ ແລະ ລະດັບທີມຊາດ.ໂອກາດນີ້ສະແດງຄວາມຂອບໃຈແລະຍ້ອງຍໍຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວ ທີໄດ້ມີການຈັດຫລາຍກິດຈະກຳປິ່ນອ້ອມໃນການພັດທະນາບານເຕະຍິງບໍ່ວ່າຈະເປັນການແຂ່ງຂັນລະດັບເຍົາວະຊົນ, ການແຂ່ງຂັນ ລາວລີກຍິງ ເຊິ່ງຈັດມາເປັນປີທີ 2 ‘’.

         ນອກນັ້ນ,ກິດຈະກຳຄັ້ງນີ້ ຍັງເປັນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຍິງທີ່ມີໃຈຮັກ ໃນກິລາບານເຕະ ໄດ້ພ້ອມກັນຫລິ້ນກິດຈະກຳຮ່ວມ, ພ້ອມທັງເປັນການສົ່ງເສີມໃຫ້ບັນດາເຍົາວະຊົນຍິງຫັນມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເຊິ່ງເຍົາວະຊົນຍິງເຂົ້າຮ່ວມງານດັ່ງກ່າວທັງຫມົດ 250 ຄົນ.​