ຍີ່ປຸ່ນມອບຊຸດກິລາໃຫ້ແກ່ ສະຫະພັນບານເຕະແຫ່ງຊາດລາວ - Sport for Tomorrow Initiative -

26/09/2024

ໃນວັນທີ 24 ກັນຍາທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ມອບຊຸດກິລາບານເຕະຈຳນວນ 400 ກວ່າຜືນໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ (LFF) ໂດຍຮ່ວມມືກັບສະມາຄົມບານເຕະຍີ່ປຸ່ນ (JFA). ພິທີມອບ-ຮັບໄດ້ຈັດຂຶ້ນທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນ.

Sport For Tomorrow (SFT) ແມ່ນໂຄງການລິເລີ່ມດ້ານກິລາລະດັບນານາຊາດທີ່ດຳເນີນການຮ່ວມກັນໂດຍພາກລັດ ແລະ ເອກະຊົນຍີ່ປຸ່ນ. SFT ມີຈຸດປະສົງແບ່ງປັນຄຸນຄ່າຂອງກິລາໃຫ້ກັບຜູ້ຄົນທຸກໄວໃນທົ່ວປະເທດ, ລວມທັງປະເທດກຳລັງພັດທະນາ, ເພື່ອອະນາຄົດທີ່ດີຂຶ້ນຂອງໂລກ.

ພະນະທ່ານ ຊຶໂຕມຸ ໂຄອິຊຶມິ, ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ. ລາວ, ໄດ້ໃຫ້ຄຳເຫັນໃນພິທີ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງທີ່ກິລາທີ່ມີພະລັງເປັນເອກະລັກໃນການນຳພາຜູ້ຄົນ, ປະເທດຊາດ ແລະ ຊຸມຊົນໃຫ້ໃກ້ຊິດກັນຫຼາຍຂຶ້ນ ຜ່ານຄວາມຫຼົງໃຫຼທີ່ມີຮ່ວມກັນ. ທ່ານຍັງໄດ້ສະແດງຄວາມມຸ່ງຫວັງທີ່ຈະເພີ່ມທະວີຮັດແໜ້ນສາຍພົວພັນລາວ-ຍີ່ປຸ່ນຜ່ານການແລກປ່ຽນດ້ານວັດທະນະທຳ ແລະ ດ້ານບຸກຄົນ ໃນວາລະໂອກາດສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2025.

ທ່ານ ວິເພັດ ສີຫາຈັກ, ປະທານສະຫະພັນບານເຕະແຫ່ງຊາດລາວ, ໄດ້ກ່າວຕ້ອນຮັບທ່ານທູດ ໂຄອິຊຶມິ ຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ກັບສາຍພົວພັນຮ່ວມມືອັນເຂັ້ມແຂງລະຫວ່າງ LFF ແລະ JFA ຕັ້ງແຕ່ປີ 2011. ທ່ານຍັງໄດ້ນຳສະເໜີຄວາມພະຍາຍາມຂອງ LFF ໃນການສົ່ງເສີມກິດຈະກຳບານເຕະຂັ້ນພື້ນຖານເພື່ອເຮັດໃຫ້ນັກຮຽນລາວທົ່ວປະເທດສາມາດເຂົ້າເຖິງກິລາບານເຕະ ແລະ ຮຽນຮູ້ທັກສະຊີວິດຜ່ານການຝຶກຝົນເຕະບານ.

ທ່ານນາງ ນາຢຸຮະ ໂທໂຢດະ, ຫົວໜ້າຄູຝຶກຂອງທີມຊາດຍິງລາວ, ກໍໄດ້ສະແດງຄວາມຂອບໃຈຕໍ່ກັບມິດຕະພາບ ແລະ ການຮ່ວມມືອັນຍືນຍາວລະຫວ່າງ LFF ແລະ JFA ແລະ ໄດ້ເນັ້ນຢ້ຳເຖິງພາລະກິດຂອງຕົນເອງໃນປະເທດລາວ, ເຊິ່ງແມ່ນການດຶງເອົາສັກກະຍະພາບຂອງນັກກິລາໜຸ່ມໃນປະເທດລາວອອກມາ. ທ່ານຍັງໄດ້ເວົ້າເຖິງທີມຂອງຕົນທີ່ກຳລັງກະກຽມໃສ່ການແຂ່ງຂັດລະດັບສາກົນທີ່ຈະຈັດຂຶ້ນທີ່ປະເທດລາວໃນທ້າຍປີນີ້.

ຊຸດເຕະບານທີ່ໄດ້ຮັບຈະນຳໄປມອບໃຫ້ແກ່ທີມກິລາບານເຕະຂັ້ນພື້ນຖານໃນໂຮງຮຽນປະຖົມໃນຫຼາຍທ້ອງຖິ່ນໃນປະເທດລາວ. ສະຫະພັນບານເຕະລາວຈະຈັດກິດຈະກຳຕ່າງໆ ແລະ ນຳໃຊ້ໂອກາດພິເສດເຊັ່ນວັນບານເຕະ Grassroots AFC ແລະ ວັນບານເຕະແມ່ຍິງ AFC ເພື່ອບໍລິຈາກເຄື່ອງເຫຼົ່ານີ້.