ພະນັກງານ ສຕລ ສໍາເລັດການປະຕິບັດໜ້າທີ່ໃນການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ FIFA Futsal World Cup 2024 ທີ່ປະເທດອຸດເບກິດສະຖານ

07/10/2024

ການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ 2024 ທີ່ປະເທດອຸດສະເບກິດສະຖານ ໄດ້ສິ້ນສຸດລົງຢ່າງສໍາເລັດ ແລະ ຈົບງາມ ໃນຄໍ່າຄືນທີ່ຜ່ານມາ ໂດຍເປັນທີມຊາດເບຣຊິນ ສາມາດຄວ້າແຊ້ມສະໄໝທີ 6 ໄດ້ ພາຍຫຼັງທີ່ເອົາຊະນະທີມຊາດອາກຊັງຕິນ ດ້ວຍຜົນການແຂ່ງຂັນ 2-1 ປະຕູ.

ການແຂ່ງຂັນຄັ້ງນີ້ ທາງ FIFA ໄດ້ແຕ່ງຕັ້ງ ທ່ານ ປາດຖະໜາ ຂັນຕິຍະວົງ, ຫົວໜ້າຝ່າຍພົວພັນຕ່າງປະເທດ ທັງເປັນຜູ້ຮັບຜິດຊອບການປົກປ້ອງສິດທິເດັກນ້ອຍ ຂອງສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮັບຜິດຊອບໜ້າທີ່ຊ່ວຍພິທີການໃນສະໜາມແຂ່ງຂັນ ເຊິ່ງໄດ້ປະຕິບັດໜ້າທີ່ຕັ້ງແຕ່ເລີ່ມຕົ້ນ ຈົນຈົບການແຂ່ງຂັນ.

ຕໍ່ປະສົບການດັ່ງກ່າວ, ທ່ານ ປາດຖະໜາ ໄດ້ກ່າວວ່າ “ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ FIFA ແລະ LOC ສໍາລັບໂອກາດທີ່ມອບໃຫ້. ຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ມີໂອກາດປະກອບສ່ວນໃນການແຂ່ງຂັນລະດັບໂລກ ເຊິ່ງເຮັດໃຫ້ຂ້າພະເຈົ້າ ໄດ້ຮຽນຮູ້ ແລະ ເກັບກ່ຽວປະສົບການໃນຫຼາຍໆດ້ານ ຈາກຝ່າຍຈັດການແຂ່ງຂັນ ແລະ ເພື່ອນຮ່ວມງານ. ສຸດທ້າຍນີ້ ຂ້າພະເຈົ້າຂໍຂອບໃຈ ສະຫະພັນບານເຕະແຫ່ງຊາດລາວ ທີ່ໄດ້ຊຸກຍູ້ ແລະ ໃຫ້ຂ້າພະເຈົ້າ ໄດ້ມີໂອກາດ ໄດ້ຮຽນຮູ້ສິ່ງໃໝ່ ແລະ ສະແດງສັກກາຍະພາບຂອງຕົວຂ້າພະເຈົ້າເອງ”

ສຕລ ໄດ້ສືບຕໍ່ສ້າງບຸກຄະລາກອນພາຍໃນ ໃຫ້ມີໂອກາດປະກອບສ່ວນໃນການແຂ່ງຂັນລະດັບທະວີບ ແລະ ລະດັບໂລກ ເຊິ່ງໃນຕົ້ນປີທີ່ຜ່ານມາ ກໍ່ໄດ້ສົ່ງ ທ່ານ ສັນຕິກອນ ແສງດາລາ, ຫົວໜ້າພະແນກຈັດການແຂ່ງຂັນ ໄປປະຕິບັດໜ້າທີ່ໃນການແຂ່ງຂັນບານເຕະ ຊິງແຊ້ມອາຊີ AFC Asian Cup ທີ່ປະເທດກາຕ້າ ແລະ ທ່ານ ນາງ ພຸດສະຫວັນ ຈັນທະວົງ, ກໍາມະການຕັດສິນລະດັບ AFC Elite ເຂົ້າຮ່ວມການແຂ່ງຂັນຂອງ AFC ຫຼາຍລາຍການ.