ເມືອງເລົ່າງາມຄວ້າແຊ້ມ ລາຊາ ສະປອດ ສາລະວັນ ລາວລີກ 2ປະຈຳປີ 2024

08/10/2024

ຜົນການແຂ່ງຂັນບານເຕະ ສາລະວັນ ລາວລີກ 2 ຫຼື ລາຊາ ສະປອດ ສາລະວັນ ລາວລີກ 2 (Lazasport salavanleague 2) ປະຈຳປີ 2024ຜົນປະກົດວ່າໃນການແຂ່ງຂັນອາທິດສຸດທ້າຍ ວັນທີ 4 ຕຸລາ 2024, ເມືອງເລົ່າງາມວິລະຊົນ ເອັຟຊີ ເອົາຊະນະ ສ.ສ.ງ. ວັນໃຫມ່ 2-1, ທະຫານແຂວງສາລະວັນ ຊະນະ ໂຮງຫມໍແຂວງສາລະວັນ 2-0, ສາລະວັນ ເອັຟຊີ ສະເໝີກັບ ໃຫຍ່ ໂຕໂຢຕ້າ. ສະຫລຸບຕາຕະລາງຄະແນນ ອັນດັບ 1 ເມືອງເລົ່າງາມວິລະຊົນ ເອັຟຊີ ແຂ່ງ 10 ນັດ ບໍ່ເສຍໃຫ້ທີມໃດ ຊະນະ 6 ສະເໝີ 4 ມີ 22 ຄະແນນ ຄວ້າແຊ້ມໄປຄອງ ພ້ອມຮັບຂັນ ແລະ ເງິນລາງວັນ 10 ລ້ານກີບ, ອັນດັບ 2 ທະຫານແຂວງ ແຂ່ງ 10 ນັດ ຊະນະ 6 ສະເຫມີ 3 ເສຍ 1 ມີ 21 ຄະແນນ ໄດ້ຮັບເງິນລາງວັນ 5 ລ້ານກີບ, ອັນດັບ 3 ສ.ສ.ງ. ວັນໃຫມ່ ແຂ່ງ 10 ນັດ ຊະນະ 6 ສະເໝີ 2 ເສຍ 2 ມີ 20 ຄະແນນ ໄດ້ຮັບເງິນ 3 ລ້ານກີບ, ອັນດັບ 4 ໂຮງຫມໍແຂວງ ແຂ່ງ 10 ນັດ ຊະນະ 1 ສະເຫມີ 4 ເສຍ 5 ມີ 7 ຄະແນນ, ອັນດັບ 5 ສາລະວັນ ແຂ່ງ 10 ນັດ ສະເຫມີ 5 ນັດ ເສຍ 5 ນັດ ມີ 5 ຄະແນນ ແລະ ອັນດັບ 6 ໃຫຍ່ ໂຕໂຢຕ້າ ແຂ່ງ 10 ນັດ ສະເຫມີ 5 ເສຍ 5 ມີ 5 ຄະແນນ, ຂະນະທີ່ລາງວັນປະເພດບຸກຄົນມີດັ່ງນີ້: ຄູຝຶກດີເດັ່ນ ທ່ານ ສິນນະສອນ ພົງສະຫວັດ ຈາກ ເມືອງເລົ່າງາມ, ນັກກິລາດີເດັ່ນ ກູເຊັນ ມະນີງານ ຈາກ ທະຫານແຂວງ, ຜູ້ຮັກສາປະຕູດີເດັ່ນ ພຸດທະສອນ ເມກຄຳຫລ້າ ຈາກ ສສງ ວັນໃຫມ່, ນັກກິລາຍິງປະຕູສູງສຸດ ວິສິດ ບຸນປະເສີດ ຈາກ ສສງ ວັນໃຫມ່ ແລະ ກຳມະການດີເດັ່ນ ຈັນໄຊພອນ ສີບຸນເຮືອງ ຈາກ ສສ ມ.ສວ

  ການແຂ່ງຂັນຄັ້ງນີ້ຈັດຂື້ນທີ່ເດີ່ນບານເຕະ ມສ ຊົນເຜົ່າ ໂດຍມີ 6ທີມເຂົ້າຮ່ວມປະກອບມີ: ສະໂມສອນບານເຕະ ທະຫານແຂວງສາລະວັນ ແຊ້ມເກົ່າ, ສະໂມສອນບານເຕະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດວັນໃຫມ່ ເອັຟຊີ (ສ.ສ.ງ. ວັນໃຫມ່), ສະໂມສອນບານເຕະ ສາລະວັນ ເອັຟຊີ, ສະໂມສອນບານເຕະ ເມືອງເລົ່າງາມວິລະຊົນ ເອັຟຊີ, ສະໂມສອນບານເຕະ ໂຮງຫມໍແຂວງສາລະວັນ ແລະ ສະໂມສອນ ບານເຕະ ໃຫຍ່ ໂຕໂຢຕ້າ ເອັຟຊີ, ຮູບແບບການແຂ່ງຂັນແມ່ນພົບກັນໝົດ 2 ຮອບໄປ-ກັບ.

  ຈາກການໄດ້ແຊ້ມໃນຄັ້ງນີ້ສະໂມສອນບານເຕະ ເມືອງເລົ່າງາມວິລະຊົນ ເອັຟຊີ ແຊ້ມ ລາຊາ ສະປອດ ສາລະວັນ ລາວລີກ 2 ປະຈຳປີ 2024 ຈະໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ໃນຖານະສະໂມສອນຊະນະເລີດ ລາວລີກ 2 ຂອງແຕ່ລະແຂວງ/ນະຄອນຫຼວງ ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້.

 ເຂົ້າຮ່ວມໃນພິທີປິດການແຂ່ງຂັນ ຕາງຫນ້າ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແມ່ນ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສຕລທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ ສຕລ,ການນຳແຂວງ , ຄະນະສະຫະພັນບານເຕະແຂວງພ້ອມດ້ວຍຄູຝຶກ, ນັກກິລາ ແລະ ແຟນບານເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.