ທ່ານ ຮາ ຮອກ ຈູນເນັ້ນໃຫ້ນັກກິລາ ທີມຊາດລາວຊຸດໃຫຍ່ມີລະບຽບວິໄນໃນການຝຶກຊ້ອມ

08/10/2024

            ໃນໂອກາດທີມຊາດລາວ ຊຸດໃຫຍ່ເດີນທາງໄປເກັບຕົວຝຶກຊ້ອມທີ່ແຂວງປະທຸມທານີ ປະເທດໄທ ໃນຕອນຄໍ່າ ວັນທີ 07 ຕຸລາ 2024 ທີ່ຜ່ານມາ,ທ່ານ ຮາ ຮອກ ຈູນ (HA HYEOKJUN)ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ມີການປະຊຸມທີມເພື່ອຕີລາຄາຖອດຖອນບົດຮຽນໃນການຝຶກຊ້ອມຄັ້ງນີ້,ໃນນັ້ນຄຸຝຶກທິມຊາດລາວໄດ້ກ່າວເນັ້ນຄຳແນະນຳຕໍ່ບັນດານັກກິລາໃຫ້ເອົາໃຈໃສ່ເຂົ້າໃນການຝຶກຊ້ອມ, ມີລະບຽບວິໄນ ຮັບຟັງຄຳແນະນຳຂອງຄູຝຶກຢ່າງເຂັ້ມງວດ ແລະ ສຳຄັນທຸກຄົນຕ້ອງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ‘’ພ້ອມດຽວນັ້ນຍັງໄດ້ມີການແຕ່ງຕັ້ງຫົວຫນ້າທີມຊາດລາວ ຊຸດໃຫຍ່ ໃນໄລຍະຝຶກຊ້ອມ ຢູ່ທີ່ປະເທດໄທ ໂດຍແມ່ນ ບຸນພະຈັນ ບຸນກອງ ເປັນຫົວຫນ້າທີມຊາດລາວ ແລະ ຈໍ່າວັນປະເສີດເປັນຮອງຫົວຫນ້າທີມຊາດລາວໃນຊຸດນີ້.

             ສຳລັບຕອນແລງຂອງວັນທີ8ຕຸລານີ້,ເວລາ 16:00 ທີມຊາດລາວ ຊຸດໃຫຍ່ ຈະໄດ້ຝຶກຊ້ອມ ຢູ່ທີ່ສະຫນາມ BANGKADI ແຂວງປະທຸມທານີແລະຈະສືບຕໍ່ຝຶກຊ້ອມ ຢູ່ທີ່ ແຂວງປະທຸມທານີຈົນຮອດວັນທີ16 ຕຸລາ 2024 ຕາມປະຕິທິນ ຟີຟາ .