ຈັບສະຫລາກ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2024 ຮອບຄັດເລືອກ AFF WOMEN'S CUP 2024

19/10/2024

ຕອນເຊົ້າ ວັນທີ 19 ຕຸລາ 2024 ຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2024 AFF WOMEN'S CUP 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ຕາງຫນ້າ ຈາກ ສະຫະພັນບານເຕະອາຊຽນ ແລະ ສື່ມວນຊົນ ເຂົ້າຮ່ວມ. ຜົນການຈັບສະຫລາກ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2024  AFF WOMEN'S CUP 2024 ມີດັ່ງນີ້:

- ກຸ່ມ ເອ: ລາວ ( ເຈົ້າພາບ), ສິງກະໂປ ແລະ ຕີມໍ ເລສເຕ

- ກຸ່ມ ບີ: ກຳປູເຈຍ, ມາເລເຊຍ ແລະ ອິນໂດເນເຊຍ

 ຮູບແບບ ການແຂ່ງຂັນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1 – 2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ, ທີມທີ່ຊະນະໃນຮອບຮອງຊະນະເລີດ ຈະໄດ້ຜ່ານເຂົ້າໄປສູ່ຮອບຊີງຊະນະເລີດ, ທີມທີ່ເສຍຮອບຮອງຊະນະເລີດ ແມ່ນຈະໄດ້ຊີງອັນດັບທີ 3.

ການແຂ່ງຂັນລາຍການດັ່ງກ່າວແມ່ນ ຈະແຂ່ງຂັນໃນລະຫວ່າງ ວັນທີ 23 ພະຈິກ ຫາ 06 ທັນວາ 2024 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.

  ອັນດັບ1 ຫາ ອັນດັບ 4 ແມ່ນຈະສິດເຂົ້າຮ່ວມ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ ຮອບສຸດທ້າຍ ຮ່ວມກັບ ຫວຽດນາມ, ໄທ , ຟີລິບປິນ ແລະ ມຽນມາ. ສ່ວນຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.