ບໍລິສັດ ເບຍລາວເປັນຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ລາຍການແຂ່ງຂັນກິລາບານເຕະ ຊິງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ລະດູການ 2024 – 2027
ພິທີຖະແຫຼງຂ່າວຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ໃນການແຂ່ງຂັນກິລາບານເຕະ ຊິງຂັນ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ລະດູການ 2024 – 2027 ລະຫວ່າງ ສະຫະພັນບານເຕະແຫ່ງຊາດ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ກຸມພາ 2025 ທີ່ ຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ບໍລິສັດເບຍລາວແມ່ນຄູ່ຮ່ວມສັນຍາທີ່ດີຕໍ່ ສະຫະພັນບານເຕະແຫ່ງຊາດລາວ ຕະຫຼອດມາ, ການອຸປະຖຳຄັ້ງນີ້ແມ່ນຈະເອົາໄປໃຊ້ຈ່າຍສຳລັບຄ່າທີ່ພັກ, ເດີນທາງ ແລະ ຄ່າອື່ນໆຂອງບັນດາສະໂມສອນ.
ຈາກນັ້ນທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ການຕະຫຼາດຂອງບໍລິສັດເບຍລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນ ເຊິ່ງເພີ່ນໄດ້ໃຫ້ຮູ້ວ່າ: ການແຂ່ງຂັນບານເຕະຊິງຂັນພະນະທ່ານນາຍົກລັດຖະມົນຕີຄັ້ງນີ້ແມ່ນໂຄງການ
ໃໝ່ ແລະ ກໍ່ດີໃຈທີ່ທາງ ສຕລ ໄດ້ເອົາໃຈໃສ່ໃນການພັດທະນາກິລາບານເຕະຕັ້ງແຕ່ຂັ້ນພື້ນຖານຈົນຮອດຂັ້ນອາຊີບ ສຳລັບງານນີ້ ບໍລິສັດ ເບຍລາວຈະເປັນຜູ້ສະໜັບສະໜູນຫຼັກ ແລະ ຫວັງວ່າການສະໜັບສະໜູນຂອງພວກເຮົານີ້ຈະຊ່ວຍຕໍ່ຍອດໃນການພັດທະນາຕໍ່ໄປ.
ໃນພິທີຖະແຫຼງຂ່າວຍັງໄດ້ມີການມອບຮັບການສະໜັບສະໜູນ ລະຫວ່າງ ສຕລ ແລະ ບໍລິສັດ ເບຍລາວ
ໂດຍບໍລິສັດເບຍລາວໃຫ້ການສະໜັບສະໜູນການແຂ່ງຂັນເປັນໄລຍະເວລາ ຄືແຕ່ປີ 2024 ຫາປີ 2027 ເຊິ່ງເປັນມູນຄ່າ 4,200,000,000 ກີບ. ຫຼັງຈາກນັ້ນກໍ່ເປີດໂອກາດໃຫ້ສື່ມວນຊົນສອບຖາມ.
ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ການຕະຫຼາດ ບໍລິສັດເບຍລາວ, ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສຕລ, ທ່ານ ຈັນທະວົງ ສີລິມະໂນທຳ ຮັກສາການເລຂາທິການ ສຕລ, ພະນັກງານຈາກບໍລິສັດເບຍລາວ, ພະນັກງານຈາກ ສຕລ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມ.