ເອສະຣາ ຄວ້າແຊ້ມ ປະຫວັດສາດ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ເປັນສະໄຫມທຳອິດ

01/03/2025

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ນັດສຸດທ້າຍຂອງການແຂ່ງຂັນໄດ້ຈັດຂຶ້ນທີ່ສະຫນາມກິລາແຫ່ງຊາດ(ຫຼັກ16) ເປັນການພົບກັນ ລະຫວ່າງ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ ພົບ ສະໂມສອນ ບານເຕະ ເອສະຣາ ຜ່ານການແຂ່ງຂັນສະໂມສອນ ບານເຕະ ເອສະຣາ ເອົາຊະນະ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ 5-1 ໂດຍ ເອສະຣາ ໄດ້ປະຕູຈາກ: ເບີ 10 ໂຈນີ້ ແຫວນປະເສີດ ນາທີ 10, ເບີ 7 ປີເຕີ້ ພັນທະວົງ ນາທີ 45+1, 76, ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 70, ເບີ 79 ທະນູສັກ ນັນທະວົງດວງສີ ນາທີ 68 ສ່ວນ ມັດສະດ້າ ວຽງຈັນ ໄດ້ປະຕູຈາກ: ເບີ 18 MICHAEL MADUABUCHUKWU OKUSHI ນາທີ 90+2, ສ່ວນຜົນອີກ 3 ຄູ່ ແຂ່ງຂັນໃນມື້ດຽວກັນນັ້ນ ມາດສເຕິີີ ເສຍໃຫ້ ຊ້າງນ້ອຍ 0-1, ກອງທັບ ຊະນະ ນໍ້າທາ ຢູໄນເຕັດ 2-0 ແລະ ຈຳປາສັກ ເສຍໃຫ້ ຫຼວງພະບາງ 0-3.

 ເອສະຣາ ເກັບໄຊຊະນະ ເປັນນັດທີ 12 ຈາກທັງຫມົດ 14 ນັດ ສ່ວນທີ່ເຫລືອ ສະເໜີ 2 ນັດເສຍ 0 ຍິງໄດ້ 56 ປະຕູ ເສຍ 13 ປະຕູ,ມີ 38 ຄະແນນ ແລະ ເອສະຣາ ຄວ້າແຊ້ມ ປະຫວັດສາດ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ເປັນສະໄຫມທຳອິດ ພາຍຫຼັງ ສ້າງຕັ້ງສະໂມສອນ ມາໄດ້ 22 ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 450 ລ້ານກີິບ, ສະໂມສອນ ບານເຕະ ເອສະຣາ ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

 ຂະນະທີ່ ອັນດັບ 2 ຊ້າງນ້ອຍ ໄດ້ຮັບເງິນລາງວັນ 250 ລ້ານກີບ, ອັນດັບ 3 ມາດສເຕີ້ ໄດ້ຮັບເງິນລາງວັນ 120 ລ້ານກີບ, ອັນດັບ 4 ຫຼວງພະບາງ ໄດ້ຮັບເງິນລາງວັນ 60 ລ້ານກີບ, ອັນດັບ 5 ກອງທັບ ໄດ້ຮັບເງິນລາງວັນ 45 ລ້ານກີບ, ອັນດັບ 6 ນໍ້າທາ ໄດ້ຮັບເງິນລາງວັນ 30 ລ້ານກີບ, ອັນດັບ 7 ວຽງຈັນ ໄດ້ຮັບເງິນລາງວັນ 20 ລ້ານກີບ ແລະ ອັນດັບສຸດທ້າຍ ຈຳປາສັກ ໄດ້ຮັບເງິນລາງວັນ 10 ລ້ານກີບ. ສ່ວນລາງວັນປະເພດບຸກຄົນມີຄື: ລາງວັນຄູຝຶກດີເດັ່ນ ທ່ານ ບຽງຊູນາ BYUNG SOO NA ສັນຊາດ ສ.ເກົາຫລີ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນນັກກິລາດີເດັ່ນ ດາຫມົດ ທອງຄຳສະຫວັດ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນຜູ້ຮັກສາປະຕູດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ ແລະ ລາງວັນຜູ້ຍິງປະຕູສູງສຸດ TAKUMU NISHIHARA ສັນຊາດຍີ່ປຸ່ນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ ຍິງໄດ້ 26 ປະຕູ.

        ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ແມ່ນໄດ້ເລີ່ມແຂ່ງຂັນນັບຕັ້ງແຕ່ ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025. ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ.

ໃຫ້ກຽດເຂົ້າຮ່ວມພິທີປິດ ແລະ ມອບລາງວັນໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນສະຫມອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫລາດບໍລິສັດເບຍລາວຈຳກັດ, ທ່ານ ທິດຕະວັນ ວັນນະຈັກ ຜູ້ອຳນວຍການຮ້ານຂາຍເຄື່ອງກິລາ LIFE FOOTBALL, ພ້ອມດ້ວຍ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ ຕະຫລອດຮອດແຟນບານ ເຂົ້າຮ່ວມຮັບຊົມ.