ສຕລ ຮ່ວມກັບ ສຕຂ ສາລະວັນ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ

09/03/2025

             ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະແຂວງສາລະວັນ(ສຕຂ)ໄດ້ຈັດ ພິທີເປີດ ກິດຈະ ກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ115ປີຂຶ້ນພາຍໃຕ້ໂຄງການ AFC Women's Footbal Day ທີ່ສະຫນາມກິລາແຂວງ ສາລະວັນ ໃນວັນທີ 8 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສຕລ, ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ. ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກ ພະລັງງານບໍ່ແຮ່, ປະທານ ສຕຂ ສາລະວັນ, ທ່ານ ແອປີຊານ ລ້ານນາຂວາງ ຮອງພະແນກສຶກສາທິການແລະ ກິລາແຂວງ ປະທານສະຫະພັນບານເຕະແຂວງສາລະວັນ  ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່ງຫຼວງຫຼາຍ. ງານດັ່ງກ່າວຈັດຂື້ນໂດຍການຮວ່ມມືລະຫວ່າງ ສຕລແລະ ສຕຂ ສາລະວັນ, ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's Football Day ,ໂຄງການນີ້ແມ່ນ ເປີດໃຫ້ເດັກນ້ອຍ ເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ໂດຍມີເປົ້າໝາຍເພື່ອເສີມ ສ້າງພັດທະນານັກກິລາບານເຕະຮຸ່ນສຶບ ທອດໃຫ້ໄດ້ທົ່ວຂົງເຂດທີ່ຫ່າງໄກສອກຫຼີກ ແລະເຂດພູດອຍຢ່າງທົ່ວເຖິງ.

            ໃນໂອກາດດັ່ງກ່າວ ທ່ານ ທ່ານ ໂພທິຍາ ວົງຈອມສີ ປະທານ ສຕຂ ສາລະວັນ ໄດ້ກ່າວໃຫ້ຮູ້ວ່າ ບານເຕະສາລະວັນຢູ່ໃນທ່ວງທ່າທີ່ດີໃນການພັດທະນາ ໂດຍໄດ້ຮັບການສະໜັບສະໜູນຢ່າງໃກ້ຊິດຈາກ ສຕລ, ພະແນກສຶກສາທິການແລະກິລາແຂວງ ເຮັດໃຫ້ການພັດທະນາບານເຕະແຂວງ ສາລະວັນ ມີໃບໜ້າອັນໃໝ່ ສະແດງອອກໃນງານກິລາມັດທະຍົມທົ່ວປະເທດຄັ້ງທີ VII ຜ່ານມາ ສາມາດເຂົ້າຊິງຫຼຽນຄຳໄດ້ທັງຍິງ ແລະຊາຍ ໂດຍສະເພາະບານເຕະຍິງພວມກໍາລັງສົ່ງເສີມໃຫ້ມີການຝຶກແອບຢ່າງຕໍ່ເນື່ອງໃນປີຜ່ານມາ ແລະແນ່ນອນວ່າຈະໄດ້ມີການຊຸກຍູ້ຕໍ່ໄປເລື້ອຍໆໃນອະນາຄົດ.

            ກ່າວເປີດພິທີ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນບານເຕະແຂວງ ສາລະວັນ ທີ່ໄດ້ເປັນເປັນເຈົ້າພາບຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ແລະຫວັງວ່າງານໃນມື້ນີ້ຈະເປັນແຮງບັນດານໃຈເປັນຈຸດເລີ່ມຕົ້ນເລັກໆນ້ອຍໆ, ໃຫ້ທຸກຄົນມີຄວາມມັກຮັກໃນກິລາບານເຕະ ເພື່ອຕໍ່ຍອດໃຫ້ນ້ອງໆທຸກຄົນກາຍເປັນນັກກິລາທີ່ດີໃຫ້ກັບໂຮງຮຽນ, ສະໂມສອນແລະກາຍເປັນນັກກິລາທີມຊາດໃນອະນາຄົດ.

ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.