ສຕລ ສຳເລັດການຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຢູ່ເມືອງຈຳພອນ

24/03/2025

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານທີ່ເມືອງຈຳພອນ ແຂວງສະຫວັນນະເຂດແລະໄດ້ຈັດພິທີອັດການຝຶກອົບຮົມຢ່າງເປັນທາງການໃນວັນທີ 20 ມີນາ 2025ທີ່ສະ ໂມສອນສຶກສາເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີປະເສີດ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມຄະນະວິທະຍາກອນຈາກສຕລ,ຜູ້ຕາງໜ້າຂະແໜງກິລາກາຍະກຳ-ສີລະປະສຶກສາ ຈາກ06ເມືອງຂອງແຂວງສະຫວັນນະເຂດເຂົ້າຮວມ.

ຕະຫຼອດໄລຍະການຝຶກອົບຮົມສຳມະນາກອນທີ່ເປັນກຳມະການຕັດສີນບານເຕະຂັ້ນພື້ນຖານຂອງ 6 ເມືອງຈາກເມືອງຈຳພອນ,ເມືອງຊົນນະບູລີ,ເມືອງອຸທຸມພອນ,ນະຄອນໄກສອນ ພົມວິຫານ, ເມືອງອາດສະພັງທອງ ແລະ ເມືອງ ອາດສະພອນຈຳນວນ 27 ຄົນ (ເມືອງຈຳພອນ 22 ຄົນ)ໄດ້ຮຽນຮູ້ທິດສະດີກະຕິກາບານເຕະຂັ້ນພື້ນຖານທັງໝົດ 17 ຂໍ້ພ້ອມເບິ່ງວີດີໂອໃນການປະຕິບັດໜ້າທີ່ຂອງກຳມະການຕັດສິນ, ລົງພາກປະຕິບັດຕົວຈິງ 2 ວັນ ແລະ ສອບເສັງເອົາຄະແນນເພື່ອປະເມີນຜົນ ຄວາມເຂົ້າໃຈຂອງສຳມະນາກອນ ເຫັນວ່າ ທຸກຄົນໄດ້ຮັບຮູ້ດ້ານກະຕິກາ ແລະ ບົດຮຽນໃນການຕັດສີນກິລາບານເຕະໄດ້ດີພໍສົມຄວນແລະພ້ອມຈະນຳເອົາບົດຮຽນໄປຈັດຕັ້ງປະຕິບັດໃນຕໍ່ໜ້າ. ຕອນທ້າຍ ທ່ານ ສີປະເສີດ ໄຊຍະລິນໄດ້ໃຫ້ກຽດໂອ້ລົມແລະກ່າວປີດການຝຶກອົບຮົມວ່າ: ເມື່ອໄດ້ການຮັບຝຶກອົບຮົມແລ້ວ,ຂໍໃຫ້ສຳມະນາກອນນຳເອົາບົດຮຽນທີ່ສຳຄັນໄປນຳໃຊ້ແລະເຜີຍແຜ່,ຜັນຂະຫຍາຍ ໃນການ ຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄຸນນະພາບແລະສອດຄ່ອງກັບຄວາມເປັນຈິງໃນການຕັດສີນ. ຈາກນັ້ນທ່ານ ສີປະເສີດ ໄຊຍະລິນ ແລະ ທ່ານ ໄຊປະເສີດ ພົງສະນິດ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ສຳມະນາກອນຢ່າງສົມກຽດ.