ສຕລ ແຕ່ງຕັ້ງ ຈອງ ຊອງ ຊົນ ເປັນຫົວໜ້າຄູຝຶກທີມບານເຕະຍິງທິມຊາດລາວຄົນໃຫມ່
01/04/2025
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ແຕ່ງຕັ້ງ ທ່ານ ຈອງ ຊອງ ຊົນ(Jong Song-chon)ອາຍຸ 53 ປີ ສັນຊາດ ສ.ເກົາຫລີ ຮັບຫນ້າທີ່ເປັນ ຫົວຫນ້າຄູຝຶກບານເຕະຍິງທີມຊາດລາວຄົນໃຫມ່.ສໍາລັບປະຫວັດ ຂອງ ທ່ານ ຈອງ ຊອງ ຊົນ ເກີດ ວັນທີ 30 ພຶດສະພາ 1971 ມີໃບປະກາດ AFC/KFA Pro License ອະດີດນັກກິລາ ທີມຊາດ ສ.ເກົາຫລີ ຮຸ່ນອາຍຸບໍ່ເກີນ 23 ປີຫຼື U23 ແລະມີຜົນງານການຄຸມທີມ ຄື:
- ປີ 2002 – 2005 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ Geoje U18
- ປີ 2005 – 2010 ເປັນຫົວຫນ້າຄູຝຶກ ສະໂມສອນ Geoje U18
- ປີ 2010 ເປັນຜູ້ຊ່ວຍ ຄູຝຶກ ທີມຊາດ ສ.ເກົາຫລີ ບານເຕະຍິງ U20
- ປີ 2010 – 2018 ເປັນຜູ້ຊ່ວຍຄູຝຶກ ທີມຊາດ ສ. ເກົາຫລີ ບານເຕະຍິງU20
- ປີ 2012 – 2018 ເປັນຫົວຫນ້າຄູຝຶກ ທີມຊາດ ສ.ເກົາຫລີ ຮຸ່ນU20
- ປີ 2018 – 2019 ເປັນຫົວຫນ້າຄູຝຶກ ສະໂມສອນ Sungkyunkwan University
- ປີ 2020 – 2021 ເປັນຫົວຫນ້າຄູຝຶກ ສະໂມສອນ Incheon Hyundai Steel Red Angels, WK League
- ປີ 2021 – 2022 ເປັນຫົວຫນ້າຄູຝຶກ ສະໂມສອນ Ha Noi Women’s Football Club ປະເທດຫວຽດນາມ ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຈອງ ຊອງ ຊົນ ແມ່ນການກຽມທີມຊາດຍິງລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 AFC Women’s Asian Cup 2026 Qualifiers ທີມບານເຕະຍິງທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ອຸດເບກິສຖານ ( ເຈົ້າພາບ ຮອບຄັດເລືອກ ), ເນປານ, ລາວ ແລະ ສີລັງກາ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025
ຕາຕະລາງການແຂ່ງຂັນ ທີມຊາດລາວ
- ນັດທີ 1 ວັນທີ 29/6/2025ທີມຊາດເນປານ ພົບ ທີມຊາດລາວ
- ນັດທີ 2 ວັນທີ 02/07/2025 ທິມຊາດລາວ ພົບ ທີມຊາດອຸດເບກິສຖານ
- ນັດທີ 3 ວັນທີ 05/07/2025 ທີມຊາດລາວ ພົບ ທີມຊາດສີລັງກາ
ທີມບານເຕະຍິງທີມຊາດລາວ ແມ່ນຈະເລີ່ມເກັບຕົວຝຶກຊ້ອມໃນໄລຍະທີ 1 ແມ່ນວັນທີ 01 - 11 ເມສາ 2025.