ຄີມຊັງຊິກຖືກແຕ່ງຕັ້ງເປັນຫົວຫນ້າຄູຝຶກ ທີມລວມດາລານັກເຕະອາຊຽນ ASEAN ALL – STAR

10/04/2025

ວັນທີ 09 ເມສາ 2025 ສະຫະພັນບານເຕະອາຊຽນ ໄດ້ແຕ່ງຕັ້ງ ທ່ານ ຄິມຊັງຊິກ Kim Sang-sik ຄູຝຶກ ຊາວ ສ.ເກົາຫລີ ເຊິ່ງເປັນຄູຝຶກ ທີມຊາດຫວຽດນາມໃຫ້ເປັນຫົວຫນ້າຄູຝຶກ ທີມລວມດາລານັກເຕະອາຊຽນ ASEAN ALL – STAR ໂດຍຈະນຳທີມລົງແຂ່ງຂັນລາຍການ Maybank Challenge Cup ເຊິ່ງເປັນນັດປະຫວັດສາດ ທີ່່ບັນດານັກເຕະອາຊຽນ ຈະໄດ້ລົງຫລິ້ນກັບບັນດານັກກິລາອາຊີບຈາກສະໂມສອນ ແມນແຊສເຕີ ຢູໄນເຕັດ ທີມດັງຈາກ ລີກ ປະເທດອັງກິດ ໂດຍຈະແຂ່ງຂັນ ວັນທີ 28 ພຶດສະພາ 2025 ຢູ່ທີ່ສະຫນາມກິລາບູກິດຈາລິລ ປະເທດມາເລເຊຍ.

 ທ່ານ ຄຽບ ສາເມດ Khiev Sameth ປະທານ ສະຫະພັນບານເຕະອາຊຽນ ໄດ້ກ່າວວ່າ: ໂຄສ ກິມ ເປັນສັນຍາລັກຂອງຄວາມກ້າວຫນ້າ ແລະ ເປັນມືອາຊີບ ເປັນຜູ້ສ້າງແຮງບັນດານໃຈໃຫ້ບັນດານັກກິລາ ລວມເຖິງແຟນບານ, ຂໍຂອບໃຈມາຍັງສະຫະພັນບານເຕະມາເລເຊຍ ທີ່ເປັນເຈົ້າພາບຈັດງານດັ່ງກ່າວ ແລະ ຂອບໃຈມາຍັງ ບໍລິສັດ Maybank ທີ່ໄດ້ໃຫ້ການສະຫນັບສະຫນູນຫລັກການແຂ່ງຂັນຄັ້ງນີ້.

 ທີມລວມດາລານັກເຕະອາຊຽນ ASEAN ALL – STAR ແມ່ນຈະໄດ້ລວມເອົານັກກິລາທັງຫມົດ 12 ປະເທດເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວນີ້.