ເຊີນຊົມການແຂ່ງຂັນລາວຟຸດຊໍ ລີກ 2025 ທ້າຍອາທິດນີ້

21/04/2025

ການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2025 (LAO FUTSAL LEAGUE 2025) ໂດຍຈະເລີ່ມແຂ່ງຂັນໃນວັນທີ 26 ເມສາ ຫາ 26 ກໍລະກົດ 2025,ໂດຍຈະນໍາໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ:

1. ເບ ສະຫວັນ ( ແຊ້ມເກົ່າ )

2. ຄິງດ້ອມ & ເອັສທີທີ ເອັຟຊີ

3. ເຫນືອ - ໃຕ້

4. ຊີທີເອ ພາວເວີ້

5. ນະຄອນຫຼວງ

6. ວີເຊີນ ຢູໄນເຕັດ

7. ອາສາ ພາວເວີ້

8. ເຄເອັມທີ ເອັຟຊີ

9.ຈັນສີ

10. ລະຊະຕະ

11. ວີພີຊີ ເອັຟຊີ

12. ມະຫາວິທະຍາໄລວິທະຍາສາດສຸຂະພາບ

ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ . ສ່ວນເງິນລາງວັນຊະນະເລີດ ແມ່ນຈະໄດ້ຮັບເງິນ 50 ລ້ານກີບ, ຮອງຊະນະເລີດ ອັນດັບ 1 ໄດ້ຮັບເງິນ 25 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນ 10 ລ້ານກີບ ຂະນະທີ່ລາງວັນປະເພດບຸກຄົນ ມີລາງວັນຜູ້ຮັກສາປະຕູດີເດັ່ນ, ລາງວັນນັກກິລາດີເດັ່ນ, ລາງວັນຄູຝຶກດີເດັ່ນ ແລະ ລາງວັນຜູ້ຍິງປະຕູສູງສຸດ.
ສະໂມສອນ ທີ່ຊະນະເລີດຈະຄວ້າສິດເປັນຕົວແທນສະໂມສອນ ຈາກ ສປປລາວ ເຂົ້າຮ່ວມລາຍການພາກພື້ນ ແລະ ສາກົນ.​

ເຊີນຊົມແລະເຊຍທິມທີ່ຕົນເອງມັກ,ໂດຍຈະເລີ່ມແຂ່ງຂັນໃນວັນທີ 26 ເມສາ ຫາ 26 ກໍລະກົດ 2025ນີ້. ຢ່າລືມ,ຢ່າພາດ ຫາໂອກາດໄປເຊຍແລະໄປຊົມຕິດຂອບສະໜາມນຳກັນ