ວົງມີໄຊ ສຸບົວຄໍາ ຄູຝຶກ ຜູ້ທຳອິດຂອງ ສປປ ລາວ ໄດ້ສອນລະດັບ B 'AFC B Diploma'
ວັນທີ 23 ເມສາ 2025 ສະຫະພັນບານເຕະອາຊີ (AFC) ສົ່ງຫນັງສືເຖິງ ສະຫະພັນບານເຕະແຫ່ງຊາດລາວ ເພື່ອເຫັນດີອະນຸມັດໃຫ້ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ໃຫ້ເປັນຄູຝຶກສອນຄົນລາວຜູ້ທໍາອິດທີ່ໄດ້ຮັບສິດໃນການສອນລະດັບ B ‘’ AFC B Diploma ‘’ ຮ່ວມກັບ ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ແລະ ມີຜູ້ຊ່ວຍຝຶກສອນຄືທ່ານ ຄຳໃສ ຈັນທະວົງ .
ສຳລັບແຜນການຝຶກອົບຮົມຄູຝຶກ ລະດັບ B ‘’ AFC B Diploma ‘’ ໃນປີ2025 ແມ່ນຈະເລີ່ມຈັດຂື້ນເປັນ3 ເປັນໄລຍະຄື: ໄລຍະທີ 1 ວັນທີ 12-16 ພຶດສະພາ 2025, ໄລຍະທີ 2 ວັນທີ 09-15 ມິຖຸນາ 2025 ແລະ ໄລຍະທີ 3 ວັນທີ 01-07 ກັນຍາ 2025. ປະຫວັດການເຄື່ອນໄຫວຂອງທ່ານ ວົງມີໄຊ ສຸບົວຄຳ ແມ່ນເຄີຍເປັນນັກກິລາ ທີມຊາດລາວໄດ້ອັນດັບ 1 ໃນຮຸ່ນອາຍຸ 14 ປີ ຮຸ່ນດຽວກັບ ກັນລະຍາ ສີສົມຫວັງ, ເລີ່ມເຂົ້າເຮັດວຽກຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ໃນປີ 2011, ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ຊຸດໃຫຍ່, ຊຸດເຍົາວະຊົນ ແລະ ຫົວຫນ້າຄູຝຶກ ທີມບານເຕະຍິງ ຊຸດເຍົາວະຊົນ ແລະ ຊຸດໃຫຍ່.
ການພັດທະນາບຸກຄະລາກອນພາຍໃນ, ສຕລ ຍາມໃດກໍເນັ້ນວິໄສທັດສົ່ງເສີມໃຫ້ບຸກຄະລາກອນລາວໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງຄູຝຶກລາວເຂົ້າຮ່ວມຮຽນຫຼັກສູດຕ່າງໆ ຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກລາວໄດ້ພັດທະນາຂີດຄວາມສາມາດໃຫ້ກາຍເປັນຜູ້ຝຶກສອນການອົບຮົມຄູຝຶກລະດັບ C, B ຂອງ AFC ຕາມລໍາດັບ .