Clear Men ສະໜັບສະໜູນ 750 ລ້ານກີບ ລາຍການແຂ່ງຂັນກິລາບານເຕະU16 ແລະ U19 ປະຈຳປີ 2025

17/06/2025

         Clear Men ສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈໍານວນ 750 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນກິລາບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ຫຼື U-16 ແລະ U-19 ປະຈຳປີ 2025, ເຊິ່ງພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນບານເຕະລາຍການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ທີ່ຫ້ອງການ ສະຫະພັນບາເຕະແຫ່ງຊາດລາວ ລະຫວ່າງ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ກັບ ທ່ານ ນາງ ສະຫວັນວຽງທອງ ສີບຸນເຮືອງ, ຜູ້ຈັດການຝ່າຍຜະລິດຕະພັນຄວາມງາມ ແລະ ສຸຂະພາບ ຈາກ Clear Men ບໍລິສັດຢູນິລີເວີລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ທ່ານ ສຽວສະຫວາດ ເດດວົງສາ ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດຢູນິລີເວີລາວພ້ອມຄະນະນຳທັງສອງຝ່າຍ, ຄູຝຶກ ແລະ ນັກກິລາຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

         ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ກ່າວວ່າ: ການເຊັນສັນຍາຄັ້ງນີ້ເປັນນິມິດໝາຍທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນບາດກ້າວອັນໃໝ່ສໍາລັບການແຂ່ງຂັນບານເຕະຮຸ່ນເຍົາວະຊົນຂອງປະເທດເຮົາ. ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ: Clear Men ຈະເຂົ້າມາເປັນຜູ້ສະໜັບສະໜູນຫຼັກ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນ U-16 ແລະ U-19 ປະຈໍາປີ 2025 ມູນຄ່າສະຫນັບສະຫນູນທັງສອງລາຍການແມ່ນ 750 ລ້ານກີບ ເພື່ອພັດທະນາວົງການກິລາບານເຕະຮຸ່ນເຍົາວະຊົນ ເພາະລາຍການແຂ່ງຂັນ U-16 ແລະ U-19 ເປັນເວທີໜຶ່ງທີ່ມີບົດບາດໃນການເລືອກເຟັ້ນຫານັກກິລາ ທີ່ມີພອນສະຫວັນ, ທັກສະຄວາມສາມາດ ທີ່ເປັນເລີດ ເພື່ອກາຍເປັນນັກກິລາລຸ້ນສືບທອດໃຫ້ແກ່ສະໂມ ສອນບານເຕະພາຍໃນປະເທດ ແລະ ທີມຊາດລາວໃນ ອະນາຄົດ ພ້ອມກັນນັ້ນ, ຍັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວົງການກິລາບານເຕະລາວເຮົາອີກ. ຂະນະດຽວກັນ ທ່ານ ສຽວສະຫວາດ ເດດວົງສາ ໃນນາມຕາງໜ້າໃຫ້ແກ່ Clear Men ບໍລິສັດຢູນິລີເວີລາວ ກໍໄດ້ກ່າວວ່າ: Clear Men ໃນນາມຜູ້ໃຫ້ການສະໜັບສະໜູນຫຼັກການແຂ່ງຂັນບານເຕະເຍົາວະຊົນຮຸ່ນ U-16 ແລະ U-19 ປະຈໍາປີ 2025 ພວກເຮົາຮູ້ສຶກດີໃຈທີ່ໄດ້ຮັບໂອກາດຈາກຄະນະຜູ້ບໍລິຫານສະຫະພັນບານເຕະແຫ່ງຊາດລາວ ໃຫ້ໄດ້ມີໂອກາດປະກອບສ່ວນຊຸກຍູ້ວົງການບານເຕະລາວ ໂດຍສະເພາະໃນເວທີການແຂ່ງຂັນບານເຕະລະດັບເຍົາວະຊົນ. ພວກເຮົາຫວັງຢ່າງຍິ່ງວ່າ ການປະກອບສ່ວນຂອງພວກເຮົາໃນຖານະຜູ້ໃຫ້ການສະໜັບສະໜູນຫຼັກໃນຄັ້ງນີ້ ຈະສາມາດສ້າງຜົນກະທົບດ້ານບວກໃຫ້ແກ່ວົງການບານເຕະລະດັບເຍົາວະຊົນຂອງພວກເຮົາ. ນອກນັ້ນ, ພວກເຮົາຫວັງວ່າ ຈະໄດ້ມີໂອກາດເປັນສ່ວນໜຶ່ງໃນການຊຸກຍູ້ວົງການບານເຕະລາວໃນອະນາຄົດອີກຕື່ມ.

         ສໍາລັບຕາຕະລາງ ການແຂ່ງຂັນ ແມ່ນຈະເລີ່ມແຂ່ງຂັນບານເຕະເຍົາວະຊົນຮຸ່ນ U-16 ໂດຍມີ 12 ທີມເຂົ້າຮ່ວມ ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ. ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນ ຮອບທີ 1: ວັນທີ 18 ມິຖຸນາ ຫາ 3 ກໍລະກົດ, ຮອບທີ 2 ວັນທີ 14 ກໍລະກົດ ຫາ 2 ສິງຫາ 2025.

  ຂະນະທີ່ ການແຂ່ງຂັນກິລາບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ແມ່ນຈະເລີ້ມແຂ່ງຂັນ ຮອບທີ 1 ວັນທີ 29 ມິຖຸນາ ຫາ 11 ກໍລະກົດ 2025 ແລະ ຮອບທີ 2 ວັນທີ 25 ກໍລະກົດ ຫາ 08 ສິງຫາ 2025.