ຜົນການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022

09/10/2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ປະເພດຍິງ ໃນມື້ທໍາອິດຄືໃນວັນທີ 09/10/2022 ເຊິ່ງມີການແຂ່ງຂັນທັງໝົດ 2 ຄູ່ຄື: ຄູ່ທີ 1 ເປັນການພົບກັນລະຫວ່າງ ແຂວງຈໍາປາສັກ ແລະ ແຂວງວຽງຈັນ ຢູ່ທີ່ເດີ່ນຫຼັກ 16 ເດີ່ນໃນ ຜົນການແຂ່ງຂັນແມ່ນ ແຂວງຈໍາປາສັກ ຊະນະ ແຂວງວຽງຈັນ 4-1. ແຂວງຈໍາປາສັກໄດ້ປະຕູຈາກ ເຣມາ ແສງປະເສີດ ໃນນາທີທີ 8 ແລະ ນາທີທີ 30 ຈາກນັ້ນພຽງ ໜຶ່ງນາທີຕໍ່ມາ ວັນວິໄລ ແກ້ວສະໝຸດກໍ່ຍິງໄດ້ຕື່ມອີກເປັນປະຕູທີ 3 ສ່ວນປະຕູທີ 4 ໄດ້ຈາກ ຄອນສະຫວັນ ວົງຄໍາແກ້ວ ໃນນາທີທີ 72 ຂອງເຄິ່ງເວລາທີ 2 ສໍາລັບ ແຂວງວຽງຈັນ ໄດ້ 1 ປະຕູຫຼັງຈາກເລີ້ມການແຂ່ງຂັນໃນເຄິ່ງເວລາທີ 1 ພຽງ 2 ນາທີ.

ຄູ່ທີ 2 ເປັນການແຂ່ງຂັນຢູ່ທີ່ເດີ່ນຫຼັກ 16 ເດີ່ນນອກ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ເຊິ່ງນະຄອນຫຼວງວຽງຈັນ ຊະນະ ແຂວງຫຼວງພະບາງ ໄດ້ຢ່າງຂາດລອຍ 5-0 ເຊິ່ງໄດ້ປະຕູຈາກ ເພັດສະໝອນ ເວທີຕະ ໃນນາທີທີ 15, 46 ແລະ 72 ອີກ 2 ປະຕູໄດ້ຈາກ ແກມມີ ອຸດົມສຸກ ໃນນາທີທີ 24 ແລະ 64.

ສໍາລັບຕາຕະລາງການແຂ່ງຂັນຂອງວັນທີ 11/10/2022 ມີດັ່ງນີ້:

ຄູ່ທີ 1: ແຂວງໄຊຍະບູລີ ພົບກັບ ແຂວງຫຼວງພະບາງ ເດີ່ນຫຼັກ 16 ເດີ່ນໃນ ເວລາ 16:00

ຄູ່ທີ 2: ແຂວງຈໍາປາສັກ ພົບກັບ ນະຄອນຫຼວງວຽງຈັນ ເດີ່ນຫຼັກ 16 ເດີ່ນນອກ ເວລາ 16:00

ຢ່າລືມໄປຊົມເຊຍ ແລະ ໄປໃຫ້ກໍາລັງໃຈກັບ ທີມທີ່ທ່ານມັກ