ຕົວແທນຂອງຄະນະບໍລິຫານງານຂອງ ສຕລ, ທີ່ໄດ້ຮັບການແຕ່ງຕັ້ງຈາກ ສະຫະພັນບານເຕະນານາຊາດ (FIFA)

09/10/2025

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຂໍສະແດງຄວາມຍິນດີນຳຕົວແທນຂອງຄະນະບໍລິຫານງານຂອງ ສຕລ, ທີ່ໄດ້ຮັບການແຕ່ງຕັ້ງຈາກ ສະຫະພັນບານເຕະນານາຊາດ (FIFA) ໃນວັນທີ 7 ຕຸລາ 2025 ເພື່ອເຂົ້າຮັບຕຳແໜ່ງເປັນສະມາຊິກຂອງຄະນະກຳມະການຊີ້ນຳໃນຂະແຫນ່ງຕ່າງໆ ປະຈຳສົກປີ 2025 -2029, ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:

1. ທ່ານ ວີເພັດ ສີຫາຈັກຣ, ປະທານ ສຕລ, ໄດ້ຮັບການແຕ່ງຕັ້ງເປັນສະມາຊິກຂອງຄະນະກຳມະການທີ່ປຶກສາດ້ານການຄ້າ ແລະ ການຕະຫຼາດ ຂອງ FIFA (FIFA’s Commercial and Marketing Advisory Committee).

2. ທ່ານ ນາງ ກັນຍາ ແກ້ວມະນີ, ຮອງປະທານ ສຕລ, ເຊິ່ງໄດ້ເຂົ້າຮັບຕຳແໜ່ງເປັນສະມາຊິກສະພາບໍລິຫານໃຫຍ່ ຂອງ FIFA (FIFA Council) ສົກປີ 2023 – 2027 ແລະ ຄັ້ງນີ້ກໍ່ໄດ້ຮັບການແຕ່ງຕັ້ງເປັນທາງການ ໂດຍເປັນຕົວແທນສະພາບໍລິຫານ ຊີ້ນຳ-ນໍາພາ ຄະນະກໍາມະການ-ການແຂ່ງຂັນສະໂມສອນບານເຕະຍິງຂອງ FIFA (FIFA Women’s Club Competition Committee)

3. ທ່ານ ປອ. ບຸນຍູ້ ສີສານ, ສະມາຊິກ ຄະນະບໍລິຫານງານ ສຕລ, ໄດ້ຮັບການແຕ່ງຕັ້ງເປັນສະມາຊິກຂອງຄະນະກຳມະການ ຕ້ານການຈຳແນກ ແລະ ຕໍ່ຕ້ານເຊື້ອຊາດ ຂອງ FIFA (FIFA’s Anti-Racism and Anti-Discrimination Committee).

ໃນວາລະໂອກາດນີ້ ສຕລ ຂໍສະແດງຄວາມຍິນດີຊົມເຊີຍມາຍັງທ່ານທັງສາມ ສຳລັບບາດກ້າວອັນສຳຄັນໃນການເປັນຕົວແທນຊາດລາວໃນເວທີບານເຕະສາກົນ ແລະ ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ ການງານ ແລະ ການປະກອບສ່ວນເຂົ້າໃນການພັດທະນາບານເຕະໃນທົ່ວໂລກ.