ປະເພດຍິງ ໃນກຸ່ມ ກໍ ວັນທີ 11/10/2022

11/10/2022

ການແຂ່ງຂັນບານເຕະແຫ່ງຊາດປະເພດຍິງໃນມື້ທີ 2 ຂອງ ກຸ່ມ ກໍ ມີການແຂ່ງຂັນທັງໝົດ 2 ຄູ່ ຄູ່ທີ 1 ເປັນການແຂ່ງຂັນຢູ່ທີ່ເດີ່ນຫຼັກ 16 ເດີ່ນໃນ ລະຫວ່າງ ແຂວງໄຊຍະບູລິ ແລະ ແຂວງຫຼວງພະບາງ ຜົນການແຂ່ງຂັນແມ່ນແຂວງຫຼວງພະບາງຊະນະ ແຂວງໄຊຍະບູລີ 3-1 ປະຕູທໍາອິດ ແລະ ປະຕູທີ 2 ຈາກການຍິງຂອງ ສິນລະຄອນ ບຸນນາລີ ໃນນາທີ ທີ 45 ແລະ ນາທີ ທີ 80+2 ເຊິ່ງຢູ່ໃນຊ່ວງຕໍ່ເວລາ, ປະຕູທີ 3 ຈາກການຍິງຂອງ ສາຍຝົນ ທະມະນີ ໃນນາທີ ທີ 62 ສ່ວນແຂວງໄຊຍະບູລີໄດ້ປະຕູຈາກ ມິນຕາ ວົງວັນສີ ໃນນາທີ ທີ 27 ເຊິ່ງໄດ້ປະຕູນໍາໄປກ່ອນ.

ສ່ວນຄູ່ທີ 2 ເປັນການພົບກັນລະຫວ່າງ ແຂວງ ຈໍາປາສັກ ແລະ ນະຄອນຫຼວງວຽງຈັນ ເປັນການແຂ່ງຂັນ ຢູ່ທີ່ເດີ່ນຫຼັກ 16 ເດີ່ນນອກ ການແຂ່ງຂັນລະຫວ່າງຄູ່ນີ້ ເລີ້ມການແຂ່ງຂັນແຂວງຈໍາປາສັກເປັນຝ່າຍບຸກແຕ່ມາຮອດນາທີ ທີ 23 ຜູ້ຮັກສາປະຕູຂອງແຂວງຈໍາປາສັກຈັບບານພາດ, ບານໄດ້ຟົ້ງມາຫາ ແກມມີ້ ອຸດົມສຸກ ແລະ ເຮັດໃຫ້ ແກມມີ້ຍິງຜ່ານຜູ້ຮັກສາປະຕູ ເປັນປະຕູທີ່ສວຍງາມຂອງນະຄອນຫຼວງວຽງຈັນ. ສໍາລັບການແຂ່ງຂັນຂອງເຄິ່ງເວລາທີ 2 ບໍ່ມີຝ່າຍໃດຍິງປະຕູໄດ້ ສິ້ນສຸດເວລາຂອງການແຂ່ງຂັນ ນະຄອນຫຼວງວຽງຈັນ ຊະນະ ແຂວງຈໍາປາສັກ 1-0.