ຜົນການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022

12/10/2022

ສໍາລັບການແຂ່ງຂັນບານເຕະຍິງໃນມື້ນີ້ ວັນພຸດ ວັນທີ 12/10/2022 ແມ່ນເປັນການແຂ່ງຂັນໃນກຸ່ມ ຂໍ ເຊິ່ງແຂ່ງຂັນທັງໝົດ 2 ຄູ່ ຄູ່ທໍາອິດເປັນການພົບກັນລະຫວ່າງ ແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ ແຂ່ງຂັນຢູ່ທີ່ເດີ່ຫຼັກ 16 ເດີ່ນໃນ ຜົນການແຂ່ງຂັນແມ່ນແຂວງຊຽງຂວາງ ຊະນະ ແຂວງສະຫວັນນະເຂດ 1-0. ແຂວງຊຽງຂວາງ ໄດ້ປະຕູຈາກ ນັກກິລາໝາຍເລກ 22 ຄໍາອົ້ນ ວິລະວົງ ໃນນາທີ ທີ 24.

ສ່ວນເດີ່ນນອກເປັນການແຂ່ງຂັນລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງອຸດົມໄຊ ຜົນການແຂ່ງຂັນລະຫວ່າງຄູ່ນີ້ແມ່ນແຂວງອຸດົມໄຊ ຊະນະ ແຂວງ ບໍລິຄໍາໄຊ 5-0. ແຂວງອຸດົມໄຊໄດ້ປະຕູຈາກ ຄອນສະຫວັນ ສີປະເສີດ ໃນນາທີ ທີ 11, ຈິນດາ ສີຫາລາດ ນາທີ ທີ 16, ເຄມ ແອນໄຊຍະລາດ ນາທີ ທີ 49, ວັນນາ ສຸກສົມບັດ ນາທີ ທີ 69, ຈັນສະໝອນ ອິນສີວົງ ນາທີ ທີ 80+1.