ຮັບສະຫມັກ ຜູ້ທີ່ມີຄວາມສົນໃຈ ການຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ ສຳລັບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈໍາປີ 2026

01/04/2026

ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງບັນດາທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານຈັດການແຂ່ງຂັນກິລາບານເຕະ ສະໝັກເຂົ້າຮ່ວມການຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ ເພື່ອກຽມຄວາມພ້ອມສຳລັບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈໍາປີ 2026 (LFF U-16 Girls’ Championship 2026 under FIFA League Development Programme) ລະຫວ່າງ ວັນທີ 28 - 29 ເມສາ 2026 ໂດຍມີຊ່ຽວຊານ ທີ່ມີຄວາມຮູ້ ແລະ ປະສົບການ ຈາກສະຫະພັນບານເຕະແຫ່ງຊາດລາວ ເປັນວິທະຍາກອນ. ລາຍລະອຽດການຝຶກອົບຮົມ ມີດັ່ງນີ້:

1. ວັນເວລາ ແລະ ສະຖານທີ່

- ວັນທີ: 28 – 29 ເມສາ 2026;

- ເວລາ: 9:00 – 16:00 ໂມງ;

- ສະຖານທີ່: ຫ້ອງປະຊຸມ ຊັ້ນ 3, ສະຫະພັນບານເຕະແຫ່ງຊາດລາວ.

2. ເງື່ອນໄຂຜູ້ເຂົ້າຮ່ວມ

- ຜູ້ທີ່ມີຄວາມສົນໃຈໃນວຽກງານບານເຕະທົ່ວໄປ ແລະ ຕ້ອງມີອາຍຸ 18 ປີຂຶ້ນໄປ; ຫຼື

- ຜູ້ທີ່ເຄີຍຜ່ານການຝຶກອົບຮົມ ຜູ້ຄວບຄຸມການແຂ່ງຂັນ (Match Commissioner) ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ (General Coordinator) ຂອງ ສຕລ ໃນໄລຍະຜ່ານມາ.

3. ນະໂຍບາຍຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ

- ເຂົ້າຮ່ວມຝຶກອົບຮົມ ໂດຍບໍ່ເສຍຄ່າ;

- ອຸປະກອນເຄື່ອງຂຽນ;

- ອາຫານວ່າງ ແລະ ນໍ້າດື່ມ ໃນລະຫວ່າງການຝຶກອົບຮົມ;

- ອາຫານທ່ຽງສຳຫຼັບຜູ້ເຂົ້າຮ່ວມຝຶກອົບຮົມ;

- ໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມ.

4. ຂັ້ນຕອນການສະໝັກຝຶກອົບຮົມ

        ຜູ້ທີ່ສົນໃຈ ສາມາດສົ່ງຟອມສະໝັກເຂົ້າຮ່ວມຝຶກອົບຮົມ, ໃບຊີວະປະຫວັດ (CV) ແລະ ຮູບພາບຕິດບັດ ໃຫ້ກັບຄະນະຮັບຜິດຊອບ ຜ່ານອີເມວ gensec@laoff.org.la ແລະ competition@laoff.org.la  ປິດຮັບລົງທະບຽນ ວັນທີ 21 ເມສາ 2026.