ຜົນການແຂ່ງຂັນບານເຕະຍິງ ໃນກຸ່ມ ກໍ

14/10/2022

ສໍາລັບຜົນການແຂ່ງຂັນບານເຕະຍິງໃນກຸ່ມ ກໍ ວັນພະຫັດ ວັນທີ 13/10/2022 ມີດັ່ງນີ້້: ການແຂ່ງຂັນຢູ່ທີ່ເດີ່ນຫຼັກ 16 ເດີ່ນໃນ ນະຄອນຫຼວງວຽງຈັນ ຊະນະ ແຂວງວຽງຈັນ 7-0. ນະຄອນຫຼວງວຽງຈັນໄດ້ປະຕູຈາກ ເພັດສະໝອນ ເວທິຕະ ນາທີ ທີ 7, ເກມມີ້ ອຸດົມສຸກ ຍິງໄດ້ 3 ປະຕູ ນາທີ ທີ 29, 42, 51, ກາເຫວົ່າ ວົງພະຈັນ ນາທີ ທີ 40, ພັດຊາ ສຸທິປະພາ ນາທີ ທີ 69 ແລະ ເຂັມອັກສອນ ວົງພັດຕາ ນາທີ ທີ 80. ສ່ວນຄູ່ທີ 2 ເປັນການພົບກັນລະຫວ່າງແຂວງໄຊຍະບູລີ ແລະ ແຂວງຈໍາປາສັກ ຜົນການແຂ່ງຂັນສໍາລັບຄູ່ນີ້ ແຂວງຈໍາປາສັກ ຊະນະ ແຂວງໄຊຍະບູລີ 6-0. ແຂວງຈໍາປາສັກໄດ້ປະຕູຈາກ ເຮມາ ແສງປະເສີດ ໃນນາທີ ທີ 2, ແປ້ວມະນີ ແກ້ວດວງຕາ ນາທທີ ທີ 28, ລັດດາ ວໍລະຈິດ ນາທີ ທີ 28, ສີສະອາດ ອໍາໄພລາດ ຍິງໄດ້ 2 ປະຕູ ໃນນາທີ ທີ 36,​ 50 ແລະ ສຸກສະຫວັນ ພົມມະວົງໄຊ ນາທີ ທີ 74.