ຜົນການແຂ່ງຂັນບານເຕະຍິງ ໃນກຸ່ມ ຂໍ

14/10/2022

ຜົນການແຂ່ງຂັນບານເຕະຍິງໃນລາຍການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃນວັນສຸກ ວັນທີ 14/10/2022 ຄູ່ທໍາອິດແຂ່ງຢູ່ເດີ່ນໃນ16 ເດີ່ນໃນ ແຂວງອຸດົມໃຊ ສະເໝີກັບ ແຂວງສະຫວັນນະເຂດ 1-1. ແຂວງສະຫວັນນະເຂດໄດ້ປະຕູນໍາໄປກ່ອນ ໃນນາທີ ທີ 57 ຈາກການຍິງຂອງ ຫຼິວ ຟອງສະໝຸດ ຕໍ່ມາໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນຄືໃນນາທີ ທີ 80+3 ແຂວງອຸດົມໃຊສາມາດຍິງປະຕູສະເໝີຂຶ້ນມາໄດ້ຈາກກາຍິງຂອງ ຈິນດາສີຫາລາດ.

ສໍາລັບຄູ່ທີສອງເປັນການພົບກັນລະຫວ່າງ ແຂວງຊຽງຂວາງ ແລະ ແຂວງ ບໍລິຄໍາໄຊ ຢູ່ທີ່ເດີ່ນຫຼັກ 16 ເດີ່ນນອກ ຜົນການແຂ່ງຂັນແມ່ນແຂວງຊຽງຂວາງ ຊະນະ ແຂວງ ບໍລິຄໍາໄຊ 3-1 ປະຕູທໍາອິດຂອງແຂວງຊຽງຂວາງແມ່ນໄດ້ຈາກ ໃຈຄໍາ ໄຊຍະປະເສີດ ໃນນາທີ ທີ 6, ປະຕູທີ 2 ໃນນາທີ ທີ 19 ຈາກການຍິງຂອງ ຈັນທາພິມມະສອນ ແລະ ປະຕູທີ 3 ໄດ້ຈາກ ຄໍາອົ້ນ ວິລະວົງ ໃນນາທີ ທີ 84 ຂອງເຄິ່ງເວລາທີ 2 ສ່ວນແຂວງບໍລິຄໍາໄຊ ແມ່ນໄດ້ປະຕູຈາກ ຫັດລືໄທ ທໍາມະວົງສາ ໃນນາທີ ທີ 28.