ຜົນການແຂ່ງຂັນບານເຕະຍິງ ໃນກຸ່ມ ກໍ

15/10/2022

ສໍາລັບການແຂ່ງຂັນບານເຕະແຫ່ງຊາດປະເພດຍິງໃນກຸ່ມ ກໍ ໃນວັນເສົາ ວັນທີ 15/10/2022 ມີທັງໝົດ 2 ຄູ່, ຄູ່ທໍາອິດເປັນການພົບກັນລະຫວ່າງແຂວງຈໍາປາສັກ ແລະ ແຂວງ ຫຼວງພະບາງຢູ່ທີ່ເດີ່ນໃນຫຼັກ 16 ຜົນການແຂ່ງຂັນແຂວງຈໍາປາສັກຊະນະແຂວງຫຼວງພະບາງ 1-0 ແຂວງຈໍາປາສັກໄດ້ປະຕູຈາກ ປ່ອງແກ້ວ ແກ້ວສະຫວ່າງ ໃນນາທີ ທີ 37. ສໍາລັບຄູ່ທີ 2 ເປັນການແຂ່ງຂັນຢູ່ເດີ່ນນອກ ລະຫວ່າງ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ຜົນປະກົດວ່າແຂວງວຽງຈັນ ຊະະນະ ແຂວງໄຊຍະບູລີ 1-0 ຈາກການຍິງຂອງ ຟອງສີ ແສງປັນຍາ ໃນນາທີ ທີ 61 ຂອງເຄິ່ງເວລາທີ 2.