ຜົນການແຂ່ງຂັນບານເຕະຍິງ ໃນກຸ່ມ ຂໍ

16/10/2022

ຜົນການແຂ່ງຂັນກິລາບານເຕະແຫ່ງຊາດ ປະຈໍາປີ 2022 ປະເພດຍິງຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເດີ່ນໃນ ແຂວງອຸດົມໄຊ ສະເໝີ ແຂວງຊຽງຂວາງ 1-1. ໃນເຄິ່ງເວລາທໍາອິດແຂວງອຸດົມນໍາປະຕູໄປກ່ອນໃນນາທີ ທີ 40+1 ຈາກການຍິງຂອງນັກກິລາໝາຍເລກ 10 ເຄນ ແອນໄຊຍະລາດ ຈາກນັ້ນມາເຖິງນາທີ ທີ 80 ຂອງເຄິ່ງເວລາທີ 2 ແຂວງຊຽງຂວາງສາມາດຕີສະເໝີຂຶ້ນມາໄດ້ຈາກການຍິງຂອງ ແມັກຈັນທາ ພິມມະສອນ. ສໍາລັບການແຂ່ງຂັນຢູ່ທີ່ເດີ່ນນອກ ແຂວງບໍລິຄໍາໄຊ ຊະນະ ແຂວງສະຫວັນນະເຂດ 1-0 ເຊິ່ງແຂວງບໍລິຄໍາໄຊໄດ້ປະຕູຈາກຫັດລືໄທ ທໍາມະວົງສາ ໃນນາທີ ທີ 31.